ນັກຮຽນຫວຽດນາມ14ຄົນຈະເຂົ້າຮ່ວມການເສັງສີມືແຮງງານໂລກຄັ້ງທີ43

ນັກຮຽນຫວຽດນາມ14ຄົນຈະເຂົ້າຮ່ວມການເສັງສີມືແຮງງານໂລກຄັ້ງທີ43 - ảnh 1
(ພາບປະກອບ)

(vovworld) - ຄະນະ​ນັກຮຽນຫວຽດນາມ​ ລວມມີ​ 14 ຄົນຈະ​ເຂົ້າ​ຮ່ວມ​ການ​ເສັງ​ສີມື​ແຮງ​ງານ​ໂລກ​ຄັ້ງ​ທີ 43 ​ເຊິ່ງຈັດ​ຕັ້ງ​ຢູ່ ບຣາຊິນ, ​ແຕ່​ວັນ​ທີ 5-17/8/2015. ຄະນະ​ນັກຮຽນຫວຽດນາມ ຈະ​ເຂົ້າ​ຮ່ວມ​ການ​ເສັງ 13 ອາຊີບ. ​ໃນ​ການ​ເສັງ​ນີ້, ຫວຽດນາມ​ ວາງ​ຄາດໝາຍ​ຮັບ​ຫຼຽນ​ໃຫ້​ໄດ້. ພິທີ​ເລີ່​ມ​ເດີນທາງ​ໄປ​ເຂົ້າ​ຮ່ວມ​ການ​ເສັງ​ສີ​ື​ແຮງ​ງານ​ໂລກ​ຄັ້ງ​ທີ 43 ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ, ​ໃນ​ວັນ​ທີ 4/8. ພິທີ​ເປີດ​ການ​ເສັງ​ສີມື​ແຮງ​ງານ​ໂລກ​ຄັ້ງ​ທີ 43 ຈະ​ດຳ​ເນີນ​ໃນ​ວັນ​ທີ 11/8/2015.

ຂ່າວ/ບົດ​ອື່ນ