ນັກຮຽນຫວຽດນາມຍາດໄດ້ຫລາຍລາງວັນທີ່ງານວາງສະແດງການປະດິດສ້າງສາກົນ

ນັກຮຽນຫວຽດນາມຍາດໄດ້ຫລາຍລາງວັນທີ່ງານວາງສະແດງການປະດິດສ້າງສາກົນ - ảnh 1
ນັກຮຽນຫວຽດນາມ ຍາດໄດ້ລາງວັນທີ່ງານວາງສະແດງ
ການປະດິດສ້າງໃນປີ 2013
ພາບ:internet


(vovworld)-ຄະ​ນະ​ນັກຮຽນ​ຫວຽດນາມ​ ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການປະດິດ​ສ້າງສາ​ກົນ​ທີ່​ສະຫງວນ​ໃຫ້​ແກ່​ ຊາວ​ຫນຸ່ມ- ​ເຍົາວະ​ຊົນ ປີ 2014 ຊື່​ງຈັດ​ຂຶ້ນ​ຢູ່ ​ໄຕ້​ຫວັນ ​ແຕ່​ວັນ​ທີ 21-22/1 ຍາດ​ໄດ້​ລາງວັນ​ພິ​ເສດ 1 ລາງວັນ, ຫລຽນ​ຄຳ 1 ຫລຽນ, ຫລຽນ​ເງິນ 3 ຫລຽນ, ຫລຽນ​ທອງ 1 ຫລຽນ. ນອກ​ນັ້ນ ຄະນະ​ນັກຮຽນ​ຫວຽດນາມ ຍັງ​ຍາດ​ໄດ້​ລາງວັນ​ພິ​ເສດ 1 ລາງວັນ ​ໂດຍ​ສະມາຄົມ​ປະດິດ​ສ້າງ​ ຮົ່ງກົງ ມອບ​ໃຫ້. ງານ​ວາງສະ​ແດງ​ການ​ປະດິດ​ສ້າງ​ຄັ້ງ​ນີ້ ມີ​ນັກຮຽນ​, ນັກ​ສຶກສາ ກວ່າ 1000 ຄົນ ທີ່​ມາ​ຈາກ 100 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​. ​ດ້ວຍ​ຜົນງານ​ດັ່ງກ່າວ, ຫວຽດນາມ ຖືກ​ຈັດ​ເຂົ້າ​ບັນຊີ​ລາຍ​ຊື່ 10 ປະ​ເທດ​ນຳ​ຫນ້າ​ມີ​ຜົນງານ​ການ​ປະດິດ​ສ້າງ​ໄດ້​ຮັບ​ລາ​ງວັນ​ພິ​ເສດ.

ຂ່າວ/ບົດ​ອື່ນ