ນັກ​ຮຽນ​ຮູ້ ອິນ​ໂດ​ເນ​ເຊຍ ເນັ້​ນ​ໜັກ​ບັນ​ດາຈຸດ​ສຸມ​ຂອງກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ-36

(VOVWORLD) -ນັກຮຽນຮູ້ມີຊື່ສຽງຊາວ ອິນໂດເນເຊຍ, ທ່ານສາດສະດາຈານ Aleksius Jemadu, ຖືວ່າ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຄວນສຸມໃສ່ການສົມທົບນະໂຍບາຍຮັບມືກັບໂລກລະບາດໂຄວິດ-19.

 ທ່ານ Aleksius Jemadu ຖືວ່າ ຮອດເວລາແລ້ວ ອາຊຽນ ຕ້ອງສົມທົບກັບບັນດານະໂຍບາຍແນໃສ່ຮັບມື ແລະ ກ້າວໄປເຖິງລົບລ້າງໂລກລະບາດໂຄວິດ-19 ຢູ່ພາກພື້ນ ອາຊຽນ ແລະ ຫວຽດນາມ ດ້ວຍບັນດາຜົນສຳເລັດໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ອາດຈະແບ່ງປັນບົດຮຽນຂອງຕົນພ້ອມກັບ 9 ປະເທດສະມາຊິກຂອງ ອາຊຽນ.  ທ່ານ Aleksius Jemadu ຕີລາຄາ ຫວຽດນາມ ສວມບົດບາດສຳຄັນໃນການນຳພາບັນດາປະເທດສະມາຊິກແນໃສ່ຮັກສາບົດບາດໃຈກາງຂອງ ອາຊຽນ ເປັນຢ່າງດີ.

ຄຽງຄູ່ກັນນັ້ນ, ທ່ານສາດສະດາຈານ Aleksius Jemadu ຖືວ່າ ບັນດາການນຳຂອງ ອາຊຽນ ຄວນເຕື້ອງເຖິງສະຖຽນລະພາບຂອງພາກພື້ນກ່ຽວຂ້ອງເຖິງບັນດາການຜັນແປຢູ່ທະເລຕາເວັນອອກ. ອາຊຽນ ຕ້ອງປັບປຸງບັນດານະໂຍບາຍການທູດຂອງຕົນກັບ ຈີນ ແລະ ເກ້ຍກ່ອມ ຈີນ ຍູ້ໄວວິວັດທະນາການເຈລະຈາກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູທະເລຕາເວັນອອກ (COC) ແນໃສ່ສະກັດກັ້ນບັນດາກະທຳບີນຂັັ້ນໄດ, ນຳໃຊ້ກຳລັງອາວຸດບໍ່ຈຳເປັນຢູ່ເຂດທະເລພວມມີການຂັດແຍ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ