ນັກຮຽນເກືອບ200ຄົນໄດ້ຮັບລາງວັນຈາກກອງທຶນສົ່ງເສີມການຮຽນດິງໂບ້ລິງ

ນັກຮຽນເກືອບ200ຄົນໄດ້ຮັບລາງວັນຈາກກອງທຶນສົ່ງເສີມການຮຽນດິງໂບ້ລິງ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ມອບ​ລາງວັນ​ສົ່ງ​ເສີມ​ການ​ຮຽນ
 ສົ່ງ​ເສີມ​ຜູ້​ຄວາມ​ຄວາມ​ສາມາດ ດິງ​ໂບ້ລິງ ປີ 2016
(ພາບ: TTXVN)

(vovworld) - ຕອນ​ຄຳ່​ວັນ​ທີ 18/9, ຢູ່​ນະຄອນ ນິງບິ່ງ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ມອບ​ລາງວັນ​ສົ່ງ​ເສີມ​ການ​ຮຽນ, ສົ່ງ​ເສີມ​ຜູ້​ຄວາມ​ຄວາມ​ສາມາດ ດິງ​ໂບ້ລິງ ປີ 2016, ​ໂດຍ​ກອງ​ທຶນສົ່ງ​ເສີມ​ການ​ຮຽນ, ສົ່ງ​ເສີມ​ຜູ້​ຄວາມ​ຄວາມ​ສາມາດ ດິງ​ໂບ້ລິງ ​ແຂວງ ນິງບິ່ງ​ຈັດ​ຕັ້ງ. ດ້ວຍ​ຫົວ​ຂໍ້​ວ່າ “​ເພື່ອ​ຄວາມ​ໄຝ່ຝັນ“ ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ໃຫ້​ນັກຮຽນ, ນັກ​ສຶກສາ, ນັກ​ກິລາ​ແຂວງ ນິງບິ່ງ​ 199 ຄົນ ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ຮຳ່ຮຽນ, ຫຼໍ່​ຫຼອມ​ທາງ​ເນື້ອ​ກາຍ ​ແລະ ຄົ້ນ​ຄ້ວາ​ວິທະຍາສາດ​ປີ 2016, ດ້ວຍ​ຍອດ​ຈຳນວນ​ເງິນກວ່າ 726 ລ້ານ​ດົ່ງ. ລາງວັນຂອງກອງ​ທຶນສົ່ງ​ເສີມ​ການ​ຮຽນ, ສົ່ງ​ເສີມ​ຜູ້​ຄວາມ​ຄວາມ​ສາມາດ ດິງ​ໂບ້ລິງ ​ເພື່ອ​ແນ​ໃສ່​ລະດົມ​ກຳລັງ​ໃຈ, ສົ່ງ​ເສີມ​ບັນດາ​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ​ຂອງ​ແຂວງ ນິງບິ່ງ ທີ່​ບັນລຸ​ໄດ້ຜົນ​ງານ​ຫຼາຍ​ຢ່າງ​ໃນ​ການ​ຮຳ່ຮຽນ ​ແລະ ​ໃນ​ການ​ປະຕິບັດ​ງານ.

ຂ່າວ/ບົດ​ອື່ນ