ນັກໂທດ 15.000 ກ່ວາຄົນ ໄດ້ຮັບອະໄພຍະໂທດ

ນັກໂທດ 15.000 ກ່ວາຄົນ ໄດ້ຮັບອະໄພຍະໂທດ - ảnh 1
ກອງ​ປະຊຸມປະກາດ​ຂໍ້​ຕົກລົງ​​ອະ​ໄພ​ຍະ​ໂທດປີ 2013
(ພາບ: nguoiduatin.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 29 ສິງຫາ, ຫ້ອງ​ວ່າການ​ປະທານ​ປະ​ເທດ ​​ໄດ້​ຈັດ​ກອງ​ປະຊຸມນັກ​ຂ່າວ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ປະກາດ​ຂໍ້​ຕົກລົງ​​ອະ​ໄພ​ຍະ​ໂທດປີ 2013 ຂອງ​ ປະທານ​ປະ​ເທດ ​ໃຫ້​ແກ່​ນັກ​ໂທດ​ກວ່າ 15.000 ຄົນຢູ່​ບັນ​ດາຄ້າຍກັກຂັງໃນ​ທົ່ວ​ປະ​ເທດ. ຕາມ​ຂໍ້​ຕົກລົງ​ອະ​ໄພ​ຍະ​ໂທດ​ຂອງ​ປະທານ​ປະ​ເທດ, ​ເນື່ອງ​ໃນ​ໂອກາດ​ວັນຊາດ​ຫວຽດນາມ, ຈະ​ມີ​ນັກ​ໂທດ 15.446 ຄົນພວມ​ປະຕິບັດໂທດ ​ແລະ ​ໃນ​ນັ້ນມີ​ນັກ​ໂທດຊາວ​ຕ່າງປະ​ເທດ 16 ຄົນ. ຜູ້ຕາງ​ໜ້າຫ້ອງ​ວ່າການ​ປະທານ​ປະ​ເທດ ​ໃຫ້​ຮູ້​ວ່າ ວິວັດ​ການ​ພິຈາລະນາ​ການ​ອະ​ໄພ​ຍະ​ໂທດ​ໄດ້​ຮັບການ​ປະຕິບັດ​ຢ່າງ​ເຄັ່ງ​ຄັດ, ​ແໜ້ນ​ແຟ້ນ, ບໍ່​ຈຳ​ແນ​ກ ຫຼື ສະກັດ​ກັ້ນສຳລັບ​ນັກ​ໂທດ​ໃດໆ, ​ເຖິງ​ວ່າ​ແມ່ນ​ຊາວ​ຫວຽດນາມ ຫຼື​ຕ່າງປະ​ເທດ. ກ່ຽວ​ກັບ​ມາດ​ຕະການ​ເພື່ອ​ຮັບປະກັນ​ການ​ເຊື່ອມ​ຕົວເຂົ້າ​ກັບສັງຄົມ​ຄືນໃຫ້​ແກ່​ຜູ້​ທີ່​ໄດ້​ຮັບອະ​ໄພ​ຍະ​ໂທດ. ທ່ານ​ ພົນ​ໂທ ​ເລ​ກຸຍ​ເວື​ອງ, ຮອງ​ລັດຖະມົນຕີ​ກະຊວງ​ຕຳຫຼວດ ​ໃຫ້​ຮູ້​ວ່າ.

        “ອະ​ໄພ​ຍະ​ໂທດ​ແມ່ນ​ບັນຫາ​ສຳຄັນ ​ເຊິ່ງພັກ ​ແລະ ລັດ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ຕາມ​ກົດໝາຍ​ປະຕິບັດຄຳຕັດສິນຂອງສານສຳລັບຄະດີອາຍາ, ​ເພື່ອ​ຜັນ​ຂະຫຍາຍ​ວຽກ​ງານອະ​ໄພ​ຍະ​ໂທດ​ໃຫ້​ເປັນ​ຢ່າງ​ດີ, ລັດຖະບານ​ໄດ້ອອກ​ມະຕິ​ເລກທີ 80 ກຳນົດ​ບັນດາ​ມາດ​ຕະການ​ຮັບ​ປະກັນ​ການ​ເຊື່ອມ​ຕົວເຂົ້າ​ກັບ​ສັງຄົໃຄືນໃຫ້​ແກ່​ນັກ​ໂທດ​ໄດ້​ຮັບ​ການອະ​ໄພ​ຍະ​ໂທດ. ​ເພື່ອ​ກະກຽມ​ໃຫ້​ແກ່​ວຽກ​ງານອະ​ໄພ​ຍະ​ໂທດປີ 2013 ນີ້, ນອກຈາກ​ຊ່ວຍ​ເຂົາ​ເຈົ້າອອກ​ແຮງ​ງານ, ພວກ​ຂ້າພະ​ເຈົ້າ​ຍັງ​ຊ່ວຍ​ເຂົາ​ເຈົ້າ​ມີ​ຄວາມ​ຮູ້​ເພື່ອ​ເຂົາ​ເຈົ້າ​​ເຊື່ອມ​ຕົວເຂົ້າ​ກັບ​ສັງຄົມ, ຊີ້​ນຳ​ບັນດາ​ທ້ອງ​ຖິ່ນ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ເປົ້າ​ໝາຍ​ດັ່ງກ່າວ, ສ້າງ​ວຽກ​ເຮັດ​ງານ​ທຳ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ເຂົາ​ເຈົ້າ​ມີ​ຊີວິດ​ຢ່າງ​ເປັນ​ປົກກະຕິ​ໃນ​ອະນາຄົດ. ​ໃນ​ຊຸ​ມປີຜ່ານ​ມາ, ບັນຫາ​ນີ້​ໄດ້​ຮັບ​ການ​ປະຕິບັດ​ເປັນ​ຢ່າງ​ດີ”.

ຂ່າວ/ບົດ​ອື່ນ