ນິວຊີແລນ: ທ່ານ Christopher Luxon ສ້າງແຜນການ ຈະເຈລະຈາເພື່ອສ້າງຕັ້ງລັດຖະບານໃໝ່

(VOVWORLD) - ທ່ານ Luxon ຢືນຢັນວ່າ ຈະສ້າງຕັ້ງລັດຖະບານທີ່ເຂັ້ມແຂງ ແລະ ໝັ້ນຄົງ, ມີຄວາມສາມາດປະຕິບັດສຳເລັດໜ້າທີ່.
ນິວຊີແລນ: ທ່ານ Christopher Luxon ສ້າງແຜນການ ຈະເຈລະຈາເພື່ອສ້າງຕັ້ງລັດຖະບານໃໝ່ - ảnh 1ທ່ານອະດີດນັກທຸລະກິດ Christopher Luxon
(ພາບ: Reuters)

ວັນທີ 15 ຕຸລາ, ທ່ານອະດີດນັກທຸລະກິດ Christopher Luxon ໄດ້ປະກາດແຜນການສ້າງຕັ້ງລັດຖະບານຊຸດໃໝ່, ພາຍຫຼັງພັກແຫ່ງຊາດເດີນຕາມແນວທາງກາງຂວາ ໂດຍທ່ານນຳພາໄດ້ຮັບໄຊຊະນະໃນການເລືອກຕັ້ງກ່ອນນັ້ນ 1 ວັນຢູ່ ນິວຊີແລນ.

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Luxon ຢືນຢັນວ່າ ຈະສ້າງຕັ້ງລັດຖະບານທີ່ເຂັ້ມແຂງ ແລະ ໝັ້ນຄົງ, ມີຄວາມສາມາດປະຕິບັດສຳເລັດໜ້າທີ່. ຄາດວ່າ, ກຸ່ມຍຸດທະສາດຂອງຂອງພັກແຫ່ງຊາດ ຈະຈັດກອງປະຊຸມໃນຕອນບ່າຍວັນດຽວກັນ ເພື່ອສ້າງແຜນການກ່ຽວກັບວິທີສຳພັດການເຈລະຈາ.

     ຕາມໝາກຜົນການປ່ອນບັດໃນເບື້ອງຕົ້ນທີ່ຄະນະກຳມະການເລືອກຕັ້ງ ນິວຊີແລນ ປະກາດ, ພັກແຫ່ງຊາດຍາດໄດ້ 50 ທີ່ນັ່ງ, ໃນຂະນະທີ່ພັກ ACT ຍາດໄດ້ 11 ທີ່ນັ່ງໃນຈຳນວນ 121 ທີ່ນັ່ງຢູ່ສະພາແຫ່ງຊາດ. ປະຈຸບັນ, 2 ພັກໄດ້ມີທີ່ນັ່ງຢ່າງພຽງພໍເພື່ອສ້າງຕັ້ງລັດຖະບານ, ແຕ່ຍັງມີ 567,000 ບັດພິເສດ (ເທົ່າກັບປະມານ 20% ຈຳນວນບັດເລືອກຕັ້ງ) ທີ່ຍັງບໍ່ທັນໄດ້ນັບເທື່ອ. ທ່ານ Luxon ກ່າວວ່າ ທ່ານໄດ້ໂອ້ລົມກັບທ່ານ David Seymour ການນຳພັກ ACT 2 ເທື່ອແລ້ວ ແລະ ສະແດງຄວາມເຊື່ອໝັ້ນວ່າ 2 ຝ່າຍຈະຮ່ວມມືກັນຕາມທິດມີລັກສະນະສ້າງສັນ.

ຕອບກັບ

ຂ່າວ/ບົດ​ອື່ນ