ນິວຊີແລນ ແລະ UNICEF ສະໜອງອຸປະກອນການແພດໃຫ້ແກ່ ຫວຽດນາມ

(VOVWORLD) - ບັນດາອຸປະກອນການແພດໃໝ່ຈະໜູນຊ່ວຍໃຫ້ໂຮງໝໍເຂດຮ້ອນສູນກາງ, ເຊິ່ງເປັນໂຮງໝໍແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດ
ນິວຊີແລນ ແລະ UNICEF ສະໜອງອຸປະກອນການແພດໃຫ້ແກ່ ຫວຽດນາມ  - ảnh 1ການມອບສົ່ງອຸປະກອນການແພດຂອງ UNICEF
(ພາບ:TTXVN)

ວັນທີ 28 ມິຖຸນາ, ຢູ່ຮ່າໂນ້ຍ, ສະຖານທູດ ນິວຊີແລນ ປະຈຳ ຫວຽດນາມ ໄດ້ສົມທົບກັບກອງທຶນເພື່ອເດັກ ສປຊ (UNICEF) ມອບສົ່ງອຸປະກອນການແພດທີ່ມີມູນຄ່າກ່ວາ 600.000 ໂດລາສະຫະລັດ ໃຫ້ແກ່ ຫວຽດນາມ ເພື່ອແນໃສ່ໜູນຊ່ວຍບົ່ງມະຕິພະຍາດ ແລະ ປິ່ນປົວພະຍາດໂຄວິດ -19 ແລະ ບັນດາພະຍາດຕິດແປດອື່ນໆ.

        ບັນດາອຸປະກອນການແພດໃໝ່ຈະໜູນຊ່ວຍໃຫ້ໂຮງໝໍເຂດຮ້ອນສູນກາງ, ເຊິ່ງເປັນໂຮງໝໍແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດ, ເພີ່ມທະວີກຳລັງຄວາມສາມາດຮັບມືຢ່າງມີປະສິດທິຜົນກ່ວາກັບບັນດາໂລກລະບາດຄັ້ງຕ່າງໆທີ່ອາດຈະເກີດຂຶ້ນໃນອະນາຄົດ ແລະ ສະໜອງການບໍລິການເບິ່ງແຍງດູແລສຸຂະພາບໃຫ້ດີກ່ວາອີກ, ຮັບປະກັນສະຫວັດດີການໃຫ້ແກ່ປະຊາຊົນ ຫວຽດນາມ.

        ບັນດາອຸປະກອນການແພດນີ້ນອນໃນບ້ວງເງິນໜູນຊ່ວຍທີ່ມີມູນຄ່າປະມານ 1,2 ລ້ານໂດລາສະຫະລັດຂອງ ນິວຊີແລນ ເພື່ອແນໃສ່ໜູນຊ່ວຍ ຫວຽດນາມ ຟື້ນຟູຫຼັງໂລກລະບາດໂຄວິດ - 19, ໂດຍສະຖານທູດ ນິວຊີແລນ ປະກາດໃນເດືອນ ພຶດສະພາປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ