ນິວຊີແລນ ໃຫ້ສັດຕະຍາບັນ ສັນຍາ CPTPP ຢ່າງເປັນທາງການ

(VOVWORLD) -ວັນທີ 25 ຕຸລາ, ລັດຖະບານ ນິວຊີແລນ ໄດ້ ແຈ້ງໃຫ້ຊາບວ່າ ປະເທດນີ້ ໄດ້ໃຫ້ສັດຕະຍາບັນ ສັນຍາຄູ່ຮ່ວມມື ຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP)
ນິວຊີແລນ ໃຫ້ສັດຕະຍາບັນ ສັນຍາ CPTPP ຢ່າງເປັນທາງການ - ảnh 1ສໍານັກງານສະພາແຫ່ງຊາດ ນິວຊີແລນ (ພາບ: wikipedia.org) 

ກ່ອນໜ້ານັ້ນ, ສະພາແຫ່ງຊາດ ນິວຊີແລນ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການໃຫ້ສັດຕະຍາບັນສັນຍາ CPTPP ໃນວັນທີ 24 ຕຸລາ ດ້ວຍການສະໜັບສະໜູນຂອງບັນດາພັກທັງໝົດ, ເວັ້ນເສຍແຕ່ພັກຂຽວ. ດັ່ງນັ້ນ, ໄລ່ມາຮອດປັດຈຸບັນ ໄດ້ມີປະເທດຕ່າງໆຄື: ຍີ່ປຸ່ນ, ເມັກຊີໂກ, ສິງກະໂປ ແລະ ນິວຊີແລນ ໄດ້ໃຫ້ສັດຕະຍາບັນ ສັນຍາ CPTPP ແລ້ວ.

        ທ່ານ David Parker ລັດຖະມົນຕີກະຊວງການຄ້າ ນິວຊີແລນ ຖືວ່າ ເລື່ອງ ນິວຊີແລນຮັບຮອງເອົາສັນຍາ CPTPP ຈະຊ່ວຍໃຫ້ບັນດາວິສາຫະກິດຂອງປະເທດນີ້ ມີທ່າໄດ້ປຽບຊົມໃຊ້ບັນດາເງື່ອນໄຂການຄ້າ ໄດ້ຮັບການປັບປຸງ ແລະ ລະດັບພາສີຕໍ່າກວ່າ.

        ຕາມຂໍ້ກໍານົດແລ້ວ, ສັນຍາ CPTPP ຈະມີຜົນສັກສິດພາຍຫຼັງທີ່ມີຢ່າງໜ້ອຍສຸດ 6 ປະເທດ ໃຫ້ສັດຕະຍາບັນ ຢ່າງເປັນທາງການ 60 ວັນ. ຕົ້ນເດືອນຕຸລາ, ສະພາແຫ່ງຊາດອົດສະຕາລີ ກໍໄດ້ຮັບຮອງເອົາກົດໝາຍວ່າດ້ວຍການໃຫ້ສັດຕະຍາບັນສັນຍາ CPTPP ແລະ ຄາດວ່າ ຈະໃຫ້ສັດຕະຍາບັນສັນຍາສະບັບດັ່ງກ່າວ ຢ່າງເປັນທາງການໃນທ້າຍປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ