ນິວຊີແລນຊົມເຊີຍການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ

ນິວຊີແລນຊົມເຊີຍການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ - ảnh 1
ນິວຊີແລນ ຊົມເຊີຍການຢ້ຽມຢາມຂອງ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢຸງ
(ພາບ: TTXVN)

(vovworld) – ​ຕອນ​ບ່າຍ​ວັນ​ທີ 16/3, ທ່ານ​ນາຍົກລັດຖະມົນຕີ ນິວຊີ​ແລນ John Key ​​ໄດ້​ປະກາດການ​ຢ່າງ​ເປັນທາງ​ການ​ກ່ຽວ​ກັບ​ການ​ມາຢ້ຽມຢາມປະ​ເທດ​ນີ້​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໃນ​ລະຫວ່າງວັນ​ທີ 19-20/3. ຕາມ​ແຈ້ງ​ການ​ໜັງສືພິມ​ຂອງ​ກະຊວງ​ການ​ຕ່າງປະ​ເທດນິວຊີ​ແລນ​​ ຊີ້​ແຈ້ງວ່າ: ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແລະ ຄະນະ​ຜູ້​ແທນ​​ເຊິ່ງລວມມີ​ລັດຖະມົນຕີຂັ້ນ​ສູງ ​ແລະ ການ​ນຳ​ວິ​ສາ​ຫະກິດ ຫວຽດນາມ ກວ່າ 100 ທ່ານ ຈະ​​ໄປ​ເຖິງ Auckland ​ໃນ​ວັນ​ທີ 19/3, ​ເພື່ອ​ເຂົ້າ​ຮ່ວມ​ບັນດາ​ເຫດການ​ທີ່​ສຳຄັນ​ຄື: ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນ​ຕີ John Key ​ແລະ ບັນດາ​ລັດຖະມົນຕີ​ວ່າ​ການຂັ້ນ​ສູງ ​ກໍ່​ຄື​ບັນດາກອງ​ປະຊຸມ​ກັບ​ບັນດາກາ​ນນຳ​ວິ​ສາ​ຫະກິດ ນິວຊີ​ແລນ. ທ່ານ​ນາຍົກລັດຖະມົນຕີ John key ​​ເນັ້ນ​ໜັກ​ວ່າ: ການມາ​ຢ້ຽມຢາມ​ຂອງ​ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ​ ​ແມ່ນ​​ໂອກາດ​ສຳຄັນ​​ເປັ​ນຂີດໝາຍ 40 ປີ​ແຫ່ງການ​ສ້າງ​ຕັ້ງ​ການ​ພົວພັນ​ການ​ທູດ​ລະຫວ່າງ ນິວຊີ​ແລນ ​ແລະ ຫວຽດນາມ ​ເຊິ່ງ 2 ປະ​ເທດ​ຈະ​ຈັດ​ຕັ້ງ​ໃນ​ປີ 2015. ທ່ານ​ນາຍົກລັດຖະມົນຕີ John Key ຢືນຢັນ​ວ່າ: ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພວມ​ໄ​ດ້ຮັບ​ການ​ພັດທະນານັບ​ມື​ນັບ​ສຳຄັນ ​ແລະ ການ​ຢ້ຽມຢາມ​ນີ້​​ໄດ້ພິສູດໃຫ້​ເຫັນ​ສິ່ງ​ດັ່ງກ່າວ. ທ່ານ​ນາຍົກລັດຖະມົນຕີ John Key ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແມ່ນ​ຕະຫລາດ​ສົ່ງ​ອອກ​ທີ່ມີ​ລະດັບ​ເຕີບ​ໂຕ​​ໄວກວ່າ​ໝູ່​ຂອງ ນິວຊີ​ແລນ​ ຢູ່ໃນ​ເຂດ​ອາຊີຕາ​ເວັນ​ອອກສ່ຽງ​ໃຕ້ ແລະ ມູນ​ຄ່າ​ສົ່ງ​ອອກ​ສືບ​ຕໍ່​ເພີ່ມ​ຂຶ້ນຢ່າງ​ແຮງ. ​ໃນ​ການ​ຢ້ຽມຢາມ​ຄັ້ງນີ້, ຫວຽດນາມ ​ແລະ ນິວຊີ​ແລນ ຈະປຶກສາ​ຫາລືມາດ​ຕະ​ການ​ຍູ້​ແຮງການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ກໍ່​ຄື: ​ການ​ສຶກສາ, ກະສິກຳ ​ແລະ ຮ່ວມ​ມື​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ