ນະຄອນ Da Nang ຮ່ວມເດີນທາງກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

ນະຄອນ Da Nang ຮ່ວມເດີນທາງກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. - ảnh 1
ການປະຊຸມຂ່າວກ່ຽວກັບລາຍການ“ຮ່ວມເດີນທາງກັບຜູ້ປະສົບເຄາະ
ຮ້າຍຈາກທາດພິດສີສົ້ມ
ພາບ:congly.com.vn

(vovworld) -  ຕອນ​ເຊົ້າ​ວັນ​ທີ 26/5, ສະ​ມາ​ຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ນະ​ຄອນ Da Nang ​ໄດ້​ຈັດ​​ລາຍການ “ຮ່ວມ​ເດີນທາງ​ກັບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ” ຂຶ້ນ. ທ່ານ​ນາງ Nguyen Thi Hien ປະທານ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ນະຄອນ Da Nang ​ໃຫ້​ຮູ້​ວ່າ:

        “ລາຍການ​ຮ່ວມ​ເດີນທາງ​ກັບ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ​ແມ່ນ​ຮຽກຮ້ອງ​ໃຫ້​ບັນດາ​ອົງການ, ສ່ວນ​ບຸກຄົນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ຍາມ​ໃດ​ກໍ​ຮ່ວມ​ເດີນທາງ​,​ ສະຫນັບສະຫນູນ​ໃຫ້​ແກ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ​ເພື່ອ​ລ້ຽງ​ດູ, ​ເບິ່ງ​ແຍງ​ພວກ​ນ້ອງ​ຢູ່ ສູນ​ 3 ​ແຫ່ງ ​ແລະ ຫນູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ກວ່າ 5 ພັນ​ຄົນ​ເພື່ອ​ໃຫ້​ເຂົາ​ເຈົ້າບືນ​ຕົວ​ຂຶ້ນ​ເຊື່ອມ​ຕົວ​ເຂົ້າກັບ​ວົງ​ຄະນາ​ຍາດ.”

ຂ່າວ/ບົດ​ອື່ນ