ນະຄອນ ໂຮ່ຈີມິນ ຈະສ້າງຕັ້ງສູນກາງເລີ່ມທຸລະກິດ

(VOVWORLD) - ເຮັດແນວໃດເພື່ອຊຸກຍູ້ແນວຄິດເລີ່ມທຸລະກິດ ແລະ ຈະມີກົນໄກນະໂຍບາຍໃດ ເພື່ອໃຫ້ການເລີ່ມທຸລະກິດມີປະສິດທິຜົນ
ນະຄອນ ໂຮ່ຈີມິນ ຈະສ້າງຕັ້ງສູນກາງເລີ່ມທຸລະກິດ - ảnh 1(ພາບປະກອບ/TTXVN) 

ນັ້ນແມ່ນເນື້ອໃນ ເຊິ່ງບັນດາຜູ້ແທນສຸມໃສ່ແລກປ່ຽນໃນຕອນເຊົ້າວັນທີ 07/05 ໃນລາຍການຮັບຟັງ ແລະ ແລກປ່ຽນ ໂດຍສະພາປະຊາຊົນນະຄອນ ໂຮ່ຈີມິນ ແລະ ໂທລະພາບນະຄອນ ຈັດຕັ້ງ, ທ່ານ ເຈີ່ນຫວຽດແອງ ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ ນາມທ໋າຍເຊີນ ຖືວ່າ: ຄວາມຫຍຸ້ງຍາກທີ່ສຸດຂອງບັນດາວິສາຫະກິດເລີ່ມທຸລະກິດແມ່ນຂາດທຶນຮອນ, ເນື້ອທີ່ດິນ, ບົດຮຽນ. ທ່ານ ຫງວຽນຮຸ່ງຟອງ ຜູ້ອຳນວຍການສູນພັດທະນາເລີ່ມທຸລະກິດຂອງມະຫາວິທະຍາໄລເສດຖະກິດນະຄອນ ໂຮ່ຈີມິນ ຖືວ່າ: ປະຈຸບັນ ຍັງບໍ່ທັນມີແນວຄວາມຄິດເລີ່ມທຸລະກິດຫລາຍຢ່າງທີ່ມີຄຸນນະພາບ. ຜູ້ເລີ່ມທຸລະກິດຕ້ອງການຖັນແຖວຜູ້ໃຫ້ຄຳປຶກສາທີ່ມີປະສົບການ. ເພື່ອຊຸກຍູ້ບັນດາແນວຄວາມຄິດເລີ່ມທຸລະກິດ, ນະຄອນໄດ້ມີສວນກ້າເບ້ຍ 20 ແຫ່ງທີ່ຂຶ້ນກັບບັນດາສະຖາບັນ, ໂຮງຮຽນ ແລະ ວິສາຫະກິດ…

        ຕໍ່ໜ້າບັນດາສິ່ງທີ່ຍັງຕິດຂັດນັ້ນ, ຜູ້ແທນຫລາຍທ່ານສະເໜີນະຄອນ ຄວນມີກົນໄກນະໂຍບາຍໜູນຊ່ວຍດ້ານພາສີອາກອນ, ລະດົມແຫຼ່ງທຶນຈາກບັນດາວິສາຫະກິດ, ກອງທຶນ ເພື່ອໜູນຊ່ວຍໃຫ້ວິສາຫະກິດເລີ່ມທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ