ນະຄອນ ໂຮ່ຈີມິນ ສະເໝີຕົວຕາໜ່າງແມ່ຍິງເລີ່ມທຸລະກິດ ແລະ ດຳເນີນທຸລະກິດ

ນະຄອນ ໂຮ່ຈີມິນ ສະເໝີຕົວຕາໜ່າງແມ່ຍິງເລີ່ມທຸລະກິດ ແລະ ດຳເນີນທຸລະກິດ - ảnh 1
(ພາບປະກອບ / ອິນເຕີແນັດ)

(vovworld) – ຕາ​ໜາ່ງ​ແມ່ຍິງ​ເລີ່​ມທຸລະ​ກິດ ​ແລະ ດຳ​ເນີນ​ທຸລະ​ກິດ (WISE) ​ໄດ້​ສະ​ເໝີ​ຕົວ​ໃນ​ວັນ​ທີ 08/03 ຢູ່​ນະຄອນ ​ໂຮ່ຈີ​ມິນ, ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ການ​ກະທຳ​ມອບ​ສິດ​ໃຫ້​ແມ່ຍິງ​ໃນ​ການ​ເລີ່​ມທຸລະ​ກິດ​ ​ແລະ ດຳ​ເນີນ​ທຸລະ​ກິດຢ່າງມີ​ຫົວຄິ​ດປະດິດ​ສ້າງ. ຕາ​ໜ່າງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຈາກ​ 9 ອົງການສະມາຊິກ​ຄື: ​ໂຄງການ​ຂໍ້​ລິ​ເລີ່​ມ ເລີ່​ມທຸລະ​ກິດ ​ແລະ ປ່ຽນ​ໃໝ່​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ​ໂຄງການ​ຂໍ້​ລິ​ເລີ່​ມໜູນ​ຊ່ວຍ​ຂົງ​ເຂດ​ພາກ​ເອກະ​ຊົນ​ເຂດ​ແມ່​ຂອງ (MBI), ​ໂຄງການ​ໜູນ​ຊ່ວຍ​ພັດທະນາ​ການ​ເລີ່​ມທຸລະ​ກິດ​ຢ່າງມີ​ຫົວຄິດ​ປະດິດ​ສ້າງ ສະ​ວິດ, ກອງ​ທຶນ​ເລີ່​ມທຸລະ​ກິດ​ວິ​ສາ​ຫະກິດ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫວຽດນາມ, ​ໂຄງການ​ຄູ່​ຮ່ວມ​ມື​ປ່ຽນ​ໃໝ່​ຢ່າງ​ມີຫົວຄິດ​ປະດິດ​ສ້າງ ຫວຽດນາມ - ​ແຟງ​ລັງ…​ທ່ານ​ນາງ ຕືທູ​ຮ່ຽນ ຜູ້ອຳນວຍການ​ໂຄງການຂໍ້​ລິ​ເລີ່​ມໜູນ​ຊ່ວຍ​ຂົງ​ເຂດ​ພາກ​ເອກະ​ຊົນ​ເຂດ​ແມ່​ຂອງ, ສະມາຊິກ​ສ້າງ​ຕັ້ງ​ຕາໜ່າງ​ແມ່ຍິງ​ເລີ່​ມທຸລະ​ກິດ ​ແລະ ດຳ​ເນີນ​ທຸລະ​ກິດ ​ໃຫ້​ຮູ້​ວ່າ:

        “ທຳ​ອິດ ພວກ​ຂ້າພະ​ເຈົ້າ ຈະ​ສະໜອງ​ຄວາມ​ຮູ້​ໃຫ້​ແກ່​ບັນດາ​ແມ່​ຍິງ​ເລີ່​ມທຸລະ​ກິດ. ພວກ​ຂ້າພະ​ເຈົ້າ​ຈະ​ສ້າງ​ບັນດາ​ເຫດການ, ກາລະ​ໂອກາດ ​ເພື່ອ​ເຊື່ອ​ມຕໍ່​ບັນດາ​ແມ່ຍິງ​ທີ່​ມີ​ແນວ​ຄວາມ​ຄິດ​ຢາກເລີ່​ມທຸລະ​ກິດກັບ​ບັນດາ​ຜູ້​ທີ່​ມີ​ຄວາມ​ສົນ​ໃຈ​ເຖິງ​ການ​ເລີ່ມທຸລະ​ກິດ ​ແລະ ​​ແນະນຳ​​ແນວ​ຄວາມ​ຄິດ​ເລີ່​ມທຸລະ​ກິດ​ກັບ​ບັນດາ​ນັກ​ລົງທຶນ”.

ຕອບກັບ

ຂ່າວ/ບົດ​ອື່ນ