ນະ​ຄອນ ໂຮ່​ຈີ​ມິນ ອາ​ໄສ​ຫາ​ພໍ່​ແມ່​ປະ​ຊາ​ຊົນ​ທີ່​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ພິທີ ອະທິຖານອາໄລຫາ ຖືກຈັດຂຶ້ນໃນໂອກາດວັນຄົບຮອບ 1 ປີ ນັບແຕ່ບັ້ນແຜ່ລະບາດຮອບທີ 4 ຂອງໂລກລະບາດໂຄວິດ - 19  ເຮັດໃຫ້ມີຜູ້ເສຍຊີວິດນັບສິບພັນຄົນ, ເຊິ່ງໃນນັ້ນ ນະຄອນ ໂຮ່ຈີມິນ ແມ່ນບ່ອນຖືກຜົນສະທ້ອນ ແລະ ເສຍຫາຍຫຼາຍທີ່ສຸດ.
ນະ​ຄອນ ໂຮ່​ຈີ​ມິນ ອາ​ໄສ​ຫາ​ພໍ່​ແມ່​ປະ​ຊາ​ຊົນ​ທີ່​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພິທີອະທິຖານອາໄລຫາພໍ່ແມ່ປະຊາຊົນ ທີ່ເສຍຊີວິດ ແລະ ພະນັກງານ, ນັກຮົບທີ່ເສຍສະຫຼະຊີວິດໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 (ພາບ: VNExpress)

ຕອນເຊົ້າວັນທີ 18 ສິງຫາ (ກົງກັບວັນທີ 21 ເດືອນ 7 ໄລ່ຕາມຈັນທະປະຕິທິນ ຫວຽດນາມ), ທີ່ວັດ ຫວຽດນາມ ກວ໊ກຕື້ ຢູ່ນະຄອນ ໂຮ່ຈີມິນ, ສະມາຄົມພຸດທະສາສະໜານະຄອນ ໂຮ່ຈີມິນ ໄດ້ຈັດພິທີອະທິຖານອາໄລຫາພໍ່ແມ່ປະຊາຊົນ ທີ່ເສຍຊີວິດ ແລະ ພະນັກງານ, ນັກຮົບທີ່ເສຍສະຫຼະຊີວິດໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19. ພິທີດັ່ງກ່າວຖືກຈັດຂຶ້ນໃນໂອກາດວັນຄົບຮອບ 1 ປີ ນັບແຕ່ບັ້ນແຜ່ລະບາດຮອບທີ 4 ຂອງໂລກລະບາດໂຄວິດ - 19  ເຮັດໃຫ້ມີຜູ້ເສຍຊີວິດນັບສິບພັນຄົນ, ເຊິ່ງໃນນັ້ນ ນະຄອນ ໂຮ່ຈີມິນ ແມ່ນບ່ອນຖືກຜົນສະທ້ອນ ແລະ ເສຍຫາຍຫຼາຍທີ່ສຸດ.

ເນື່ອງໃນໂອກາດນີ້, ສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນ ໂຮ່ຈີມິນ ກໍໄດ້ມອບຂອງຂວັນຈຳນວນ 1.000 ພູດໃຫ້ແກ່ຄອບຄົວທີ່ມີພີ່ນ້ອງເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ພວມປະສົບກັບຄວາມຫຍຸ້ງຍາກ ດ້ວຍມູນຄ່າທັງໝົດ 1,2 ຕື້ດົ່ງ ແລະ ມອບເງິນຈຳນວນ 1 ຕື້ດົ່ງເຂົ້າໃນກອງທຶນເພື່ອຄົນທຸກຍາກຂອງ ຄະນະກຳມະການແນວໂຮມປະເທດຊາດ ນະຄອນ ໂຮ່ຈີມິນ./.

ຕອບກັບ

ຂ່າວ/ບົດ​ອື່ນ