ນະຄອນຫຼວງ ຮ່າໂນ້ຍ ມຸ່ງໄປເຖິງວັນສິ່ງແວດລ້ອມໂລກ

ນະຄອນຫຼວງ ຮ່າໂນ້ຍ ມຸ່ງໄປເຖິງວັນສິ່ງແວດລ້ອມໂລກ - ảnh 1
ນາງສາວຮ່າໂນ້ຍຕອບສະໜອງວັນ​ສິ່ງ​ແວດ​ລ້ອມ​ໂລກ
(ພາບ: google.com.vn)

(vovwold) - ​ໂດຍ​ຕອບ​ສະໜອງວັນ​ສິ່ງ​ແວດ​ລ້ອມ​ໂລກ (5/6/2012), ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ, ພ້ອມ​ກັບ​ບັນດາ​ພະ​ແນ​ກ, ຂະ​ແໜງ​ການ ​ແລະ​ ຂະນະ​ກຳມະການ​ປະຊາຊົນ​ເມືອງ​ຕ່າງໆ ​ໄດ້​ຈັດ​ຕັ້ງ​ການ​ໂຄສະນາ ຍົກ​ສູງ​ສະຕິ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຂອງ​ຊາວ​ນະຄອນຫຼວງ. ທາງ​ນະຄອນ​ໄດ້​ຜັນ​ຂະຫຍາຍ​ການ​ໂຄສະນາ​ເຖິງ​ແຕ່ລະ​ເປົ້າ​ໝາຍ​ອົງການ, ວິ​ສາ​ຫະກິດ, ​ເຂດ​ຊຸມ​ຊົນ ດ້ວຍ​ຫຼາຍ​ຮູບ​ການ. ຄື​ໂຄສະນາ​ກ່ຽວ​ກັບ​ສິ່ງ​ແວກ​ລ້ອມ​ເສດຖະກິດ​ຂຽວ, ຫຼຸດຜ່ອນ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ປະຢັດ ​ແລະ​ນຳ​ໃຊ້​ພະລັງງານ, ຊັບພະຍາກອນ​ທຳ​ມະ​ຊາດ​ ຢ່າ​ງມີ​ປະສິດທິ​ຜົນ. ພ້ອມ​ທັງຮຽກຮ້ອງ, ສົ່ງ​ເສີມ​ປະຊາ​ຄົມ, ພິ​ເສດ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ໃນ​ບໍລິ​ເວນ​ນະຄອນ​ນຳ​ໃຊ້​ເຕັກ​ໂລ​ໂລ​ຢີ, ຜະລິດ​ຕະພັນ​ທີ່​ບໍ່​ກໍ່​ໃຫ້​ເກີດ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ປະຢັດ​ພະລັງງານ. ພິທີ​ປຸກລະດົມ​ຕອບ​ສະ​ນອງວັນ​ສິ່ງ​ແວດ​ລ້ອມ​ໂລກ​ຈະ​​ຈັດ​ຂຶ້ນ​ໃນ​ວັນ​ທີ 2/6/2012 ຢູ່​ສວນສາທາລະນະ ​ເງັຍ​ໂດ, ​ເມືອງ ​ເກົ່າ​ໄຢ໋.

ຂ່າວ/ບົດ​ອື່ນ