ນະ​ຄອນ​ຮ່າໂນ້ຍ ແລະ ລັດ New South Wales ເພີ່ມ​ທະ​ວີການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

(VOVWORLD) - ທ່ານນາງ Katie Knight ໃຫ້ຮູ້ວ່າ ລັດ New South Wales ໄດ້ເປີດຫ້ອງການຜູ້ຕາງໜ້າປະຈຳ ຫວຽດນາມ ແລະ ພ້ອມແລ້ວທີ່ຈະຕ້ອນຮັບບັນດາວິສາຫະກິດຂອງ ຫວຽດນາມ ເວົ້າລວມ ແລະ ຮ່າໂນ້ຍ ເວົ້າສະເພາະ ເຂົ້າຮ່ວມວິວັດການພັດທະນາເສດຖະກິດ, ສັງຄົມຂອງລັດ
ນະ​ຄອນ​ຮ່າໂນ້ຍ ແລະ ລັດ New South Wales ເພີ່ມ​ທະ​ວີການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ
 
 

ໃນຂອບເຂດການໄປປະຕິບັດງານຢູ່ ນິວຊີແລນ ແລະ ອົດສະຕາລີ ທີ່ໄດ້ດຳເນີນໃນລະຫວ່າງວັນທີ 6 – 15 ຕຸລາ, ຄະນະຜູ້ແທນ ຮ່າໂນ້ຍ ໂດຍທ່ານ ຫງວຽນວັນຟອງ, ຮອງເລຂາຄະນະພັກນະຄອນ ເປັນຫົວໜ້າຄະນະໄດ້ມີການເຮັດວຽກກັບທ່ານນາງ Katie Knight, ຫົວໜ້າກົມໃຫຍ່ອົງການລົງທຶນລັດ New South Wales , ກະຊວງລົງທຶນການຄ້າ ແລະ ວິສາຫະກິດ ອົດສະຕາລີ.

ທີ່ການເຮັດວຽກກັບອຳນາດການປົກຄອງລັດ New South Wales ຢູ່ Sydney, ທ່ານ ຫງວຽນວັນຟອງ ຫວັງວ່າ ນະຄອນຫຼວງຮ່າໂນ້ຍ ແລະ ລັດ New South Wales ຈະເພີ່ມທະວີການພົວພັນຮ່ວມມືລົງທຶນດ້ານການຄ້າ, ການສຶກສາບຳລຸງສ້າງ, ພົບປະແລກປ່ຽນວັດທະນະທຳ ເພື່ອຊຸກຍູ້ການທ່ອງທ່ຽວສອງສົ້ນ, ຮ່ວມມືກັບບັນດານະຄອນຂອງອົດສະຕາລີ ໃນຂອບເຂດເຄືອຂ່າຍ ບັນດານະຄອນປະດິດຄິດສ້າງຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO), ເພີ່ມທະວີບັນດາຮູບແບບພົບປະແລກປ່ຽນລະຫວ່າງບັນດາອົງການວັດທະນະທຳເພື່ອແລກປ່ຽນບົດຮຽນປະສົບການກ່ຽວກັບການພັດທະນາອຸດສາຫະກຳ ວັດທະນະທຳ, ຮູບເງົາ.

ສ່ວນທ່ານນາງ Katie Knight ໃຫ້ຮູ້ວ່າ ລັດ New South Wales ໄດ້ເປີດຫ້ອງການຜູ້ຕາງໜ້າປະຈຳ ຫວຽດນາມ ແລະ ພ້ອມແລ້ວທີ່ຈະຕ້ອນຮັບບັນດາວິສາຫະກິດຂອງ ຫວຽດນາມ ເວົ້າລວມ ແລະ ຮ່າໂນ້ຍ ເວົ້າສະເພາະ ເຂົ້າຮ່ວມວິວັດການພັດທະນາເສດຖະກິດ, ສັງຄົມຂອງລັດ ພິເສດແມ່ນການຮ່ວມມືລົງທຶນເຂົ້າຂົງເຂດຫັນເປັນດີຈີຕອນ ແລະ ນະວັດຕະກຳ.

ຕອບກັບ

ຂ່າວ/ບົດ​ອື່ນ