ນະຄອນເກາະ ຝູກວັກ ຮັບກາລະໂອກາດໃໝ່

(VOVWORLD) - ໃນຂອບເຂດບັນດາການເຄື່ອນໄຫວຂ່ຳນັບຊົມເຊີຍ ຝູກວັກ ກາຍເປັນນະຄອນເກາະທະເລແຫ່ງທຳອິດຂອງ ຫວຽດນາມ.

   ຕອນເຊົ້າວັນທີ 10 ມັງກອນ, ທີ່ນະຄອນ ຝູກວັກ, ກຸ່ມບໍລິສັດ SunGroup ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ກຽນຢາງ ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ຝູກວັກ ຮັບກາລະໂອກາດ - ປະຕິບັດທິດທາງທີ່ໄດ້ວາງອອກສຳເລັດຜົນ” ດ້ວຍການເຂົ້າຮ່ວມຂອງການນຳຄະນະກຳມະການປະຊາຊົນແຂວງ, ບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ ແລະ ພິເສດແມ່ນການເຂົ້າຮ່ວມຂອງບັນດານັກຊ່ຽວຊານ, ນັກວິທະຍາສາດ, ວິສາຫະກິດ ກ່ຽວກັບສະຖາປັດຕະຍາກຳ, ອະສັງຫາລິມະຊັບ, ການທ່ອງທ່ຽວບໍລິການໃນທົ່ວປະເທດ.

ນະຄອນເກາະ ຝູກວັກ ຮັບກາລະໂອກາດໃໝ່ - ảnh 1ນະຄອນເກາະ ຝູກວັກ ຮັບກາລະໂອກາດໃໝ່ (ພາບປະກອບ/tapchitaichinh.vn)

ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານໄດ້ປະກອບຄຳເຫັນວ່າ ຄວນກຳນົດພາລະໜ້າທີ່ຕົ້ນຕໍຂອງນະຄອນ ຝູກວັກ ໃນປະຈຸບັນ ແມ່ນພັດທະນາການທ່ອງທ່ຽວດ້ວຍຂອບຂະໜາດລະດັບສາກົນ. ທ່າໄດ້ປຽບ ແລະ ພາລະໜ້າທີ່ເປັນເອກະລັກສະເພາະນັ້ນ ພຽງແຕ່ສາມາດ ແລະ ຄວນໄດ້ຮັບການເສີມຂະຫຍາຍດ້ວຍບັນດາລະບຽບການ, ກົນໄກ, ນະໂຍບາຍພິເສດສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ