ນະ​ຄອນ​ໂຮ່​ຈີ​ມິນ ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ທີ 2 ກັນ​ຍາ

(VOVWORLD) -ຕອນເຊົ້າວັນທີ 28 ສິງຫາ ຢູ່ນະຄອນໂຮ່ຈີມິນ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີພົບປະກັບຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ຕ່າງປະເທດ,  ຂ່ຳນັບຮັບຕ້ອນ 75 ປີ ແຫ່ງວັນການປະຕິວັດເດືອນສິງຫາ (19/8/1945 – 19/8/2020) ແລະ ວັນຊາດຫວຽດນາມ (2/9/1945 – 2/9/2020).
ນະ​ຄອນ​ໂຮ່​ຈີ​ມິນ ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ທີ 2 ກັນ​ຍາ - ảnh 1ຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນງານພົບປະ (ພາບ:  sggp.org.vn)

         ກ່າວຄຳເຫັນທີ່ພິທີ, ທ່ານຟຸ່ງກົງຢຸງ, ຫົວໜ້າຄະນະກຳມະການ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ເນັ້ນໜັກວ່າ, ພັກ ແລະ ລັດຫວຽດນາມ ຍາມໃດກໍຖືຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມ ໄດ້, ທ່ານຫວັງວ່າ ຊາວຫວຽດນາມອາໄສຢູ່ຕ່າງປະເທດ ຈະຍົກສູງຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ, ຮັກສາສີສັນວັດທະນະທຳ ແລະ ມູນເຊື້ອຂອງຊາດຫວຽດນາມ, ສາມັກຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນແລະກັນ, ຮັກສາຄວາມຜູກພັນກັບຄອບຄົວ, ຮັກແພງບ້ານເກີດເມືອງນອນ, ປະກອບສ່ວນສ້າງສາປະເທດຊາດ. ໃນຊຸມປີຜ່ານມາ, ຊາວຫວຽດນາມອາໄສຢູ່ຕ່າງປະເທດ ໄດ້ສືບຕໍ່ມີການປະກອບສ່ວນຢ່າງແທ້ຈິງ, ປະກອບສ່ວນເສີມຂະຫຍາຍແຫຼ່ງກຳລັງຂອງຕົນ ໃຫ້ນັບມື້ນັບຫຼາຍກວ່າໃນວິວັດການສ້າງສາ ແລະ ພັດທະນານະຄອນໃນຫຼາຍຂົງເຂດ.  ເນື່ອງໃນໂອກາດນີ້, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນໂຮ່ຈີມິນ  ໄດ້ປຸກລະດົມການເສັງຂຽນ ດ້ວຍຫົວຂໍ້ “ໄລຍະທາງ 15 ປີ - ຄ້າຍພັກແລ້ງຊາວໜຸ່ມເຍົາວະຊົນ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມເດີນທາງພ້ອມກັບໄວໜຸ່ມນະຄອນ.”

ຕອບກັບ

ຂ່າວ/ບົດ​ອື່ນ