ນະຄອນໂຮ່ຈີມິນຍາມໃດກໍ່ສ້າງເງື່ອນໄຂໃຫ້ວິສາຫະກິດມາລົງທຶນ

ນະຄອນໂຮ່ຈີມິນຍາມໃດກໍ່ສ້າງເງື່ອນໄຂໃຫ້ວິສາຫະກິດມາລົງທຶນ - ảnh 1
ທ່ານ​ ດິງລາ​ທັງ ​ໃຫ້ການ​ຕ້ອນຮັບ​ທ່ານ Kenneth Atkinson
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ຕອນ​ບ່າຍ​ວັນ​ທີ 21/06 ທ່ານ​ ດິງລາ​ທັງ ​ເລຂາຄະ​ນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຊີ້​ນຳ​ນຳພາ​ສະຫາ​ສະມາຄົມ​ວິ​ສາ​ຫະກິດ ອັງກິດ ຢູ່ ຫວຽດນາມ ​ໂດຍ​ທ່ານ Kenneth Atkinson ປະທານ​ສະຫະ​ສະມາຄົມ​ນຳ​ໜ້າ. ທ່ານ ດິງລາ​ທັງ ຕີ​ລາຄາ​ສູງ​ເລື່ອງ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ ອັງກິດ ຢູ່ ຫວຽ​ດນາມ ມີ​ຫລາຍການ​ເຄື່ອນ​ໄຫວ​ຄົ້ນ​ຄວ້າ​ການຕະຫລາດ, ຊອກ​ຮູ້​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ເພື່ອ​ເຊື່ອ​ມຕໍ່, ນຳ​ບັນດາ​ວິ​ສາ​ຫະກິດ ອັງກິດ ​ເຂົ້າ​ມາ​ທຳ​ມາ​ການ​ຄ້າ, ດຳ​ເນີນ​ທຸລະ​ກິດ​ຢູ່ ຫວຽດນາມ; ພ້ອມ​ທັງ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ຮ່ວມ​ມື ຫວຽດນາມ ​ແລະ ອັງກິດ ​ເວົ້າ​ລວມ ກໍ່​ຄື​ນະຄອນ​ໂຮ່ຈີ​ມິນ ກັບ ອັງກິດ ​ເວົ້າ​ສະ​ເພາະ ພວມ​ພັດທະນາ​ຢ່າງ​ດີງາມ.  ທ່ານ ດິງລາ​ທັງ ຢືນຢັນ​ວ່າ: ນະ​ຄອນ ​ໂຮ່ຈີ​ມິນ ​​ໃຫ້​ຄຳ​ໝັ້ນ​ສັນຍາ​ຍາມ​ໃດ​ກໍ່​ຈະມານະ​ພະຍາຍາມ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທຳ​ມາ​ຄ້າຂາຍ, ດຳລົງ​ຊີວິດ​ຢູ່​ນະຄອນ, ດ້ວຍ​ຈຸດໝາຍທີ່​ວ່າ​ຜົນສຳ​ເລັດ​ ຂອງວິ​ສາ​ຫະກິດ​​ກໍ່ແມ່ນຜົນສຳ​ເລັດ​ຂອງ​ນະຄອນ.

ຂ່າວ/ບົດ​ອື່ນ