ນະຄອນໂຮ່ຈິມິນເລີ່ມດຳເນີນບັ້ນເຄື່ອນໄຫວອາສາສະໝັກລະດູແລ້ງຂຽວ 2017

(VOVWORLD) -ຕອນເຊົ້າວັນທີ 16 ກໍລະກົດ, ຄະນະຊາວໜຸ່ມນະຄອນໂຮ່ຈິມິນ ໄດ້ຈັດພິທີເລີ່ມດຳເນີນບັ້ນເຄື່ອນໄຫວອາສາສະໝັກລະດູແລງຂຽວ ຄັ້ງທີ 24 ດ້ວຍຫົວຂໍ້ວ່າ “ນັກຮົບອາສາສະໝັກລະດູແລ້ງຂຽວນະຄອນໂຮ່ຈິມິນ ຮ່ວມແຮງຮ່ວມໃຈສ້າງຕົວເມືອງສີວິໄລ ແລະ ຊົນນະບົດໃໝ່” ອັນໄດ້ດຶງດູດນັກສຶກສາອາສາສະໝັກປະມານ 60.000 ເທື່ອຄົນເຂົ້າຮ່ວມ.
ນະຄອນໂຮ່ຈິມິນເລີ່ມດຳເນີນບັ້ນເຄື່ອນໄຫວອາສາສະໝັກລະດູແລ້ງຂຽວ 2017 - ảnh 1 (ພາບປະກອບ: nld.com.vn)

ບັນດາເນື້ອໃນຕົ້ນຕໍ່ໃນບັ້ນເຄື່ອນໄຫວນີ້ລວມມີ: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ການເຄື່ອນໄຫວອາສາສະໝັກ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ເຂົ້າຮ່ວມການຮັບປະກັນຊີວິດສັງຄົມ… ບັ້ນເຄື່ອນໄຫວປີນີ້ມີການເຂົ້າຮ່ວມຂອງແຂວງຊຽງຂວາງ, ປະເທດລາວ ແລະ ກຳລັງນັກສຶກສາອາສາສະໝັກຂອງມາເລເຊຍ ແລະ ໄທ.

        ບັ້ນເຄື່ອນໄຫວອາສາສະໝັກລະດູແລ້ງຂຽວປີນີ້ຂອງຄະນະຊາວໜຸ່ມນະຄອນໂຮ່ຈິມິນ ຍັງຈັດຕັ້ງບັນດາການເຄື່ອນໄຫວຢູ່ເກາະ ໂທຈູ, ເມືອງຟຸ໋ກ໋ວກ, ແຂວງກຽນຢາງ ແລະ ຢູ່ປະເທດ ລາວ ແລະ ປະເທດກຳປູເຈຍ ອີກດ້ວຍ. ຄາດວ່າ, ບັ້ນເຄື່ອນໄຫວດັ່ງກ່າວຈະສິ້ນສຸດລົງໃນວັນທີ 13 ສິງຫາ 2017.

ຕອບກັບ

ຂ່າວ/ບົດ​ອື່ນ