ນະຄອນໂຮ່ຈີມິນແມ່ນສະຖານທີ່ລົງທຶນໄວ້ເນື້ອເຊື່ອໃຈຂອງບັນດາວິສາຫະກິດເຂດKansai,ຍີ່ປຸ່ນ

ນະຄອນໂຮ່ຈີມິນແມ່ນສະຖານທີ່ລົງທຶນໄວ້ເນື້ອເຊື່ອໃຈຂອງບັນດາວິສາຫະກິດເຂດKansai,ຍີ່ປຸ່ນ - ảnh 1
ທ່ານ ຫງວຽນ​ແທ່ງ​ຟ​ອງ ​ຕ້ອນຮັບ​ຄະນະ​ນັກທຸລະກິດ​
ທີ່ເປັນ​ສະມາຊິກ​ສະຫະພັນ​ເສດຖະກິດ Kansai ຍີ່ປຸ່ນ
(ພາບ: TTXVN)

(vovworld) - ​ ​ ຕອນ​ບ່າຍ​ວັນ​ທີ 14/09 ຢູ່​ນະຄອນ ​ໂຮ່ຈີ​ມິນ, ທ່ານ ຫງວຽນ​ແທ່ງ​ຟ​ອງ ປະທານ​ຄະນະ​ກຳມະການ​ປະຊາຊົນນະຄອນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ນັກທຸລະກິດ​ທີ່ເປັນ​ສະມາຊິກ​ສະຫະພັນ​ເສດຖະກິດ Kansai ຍີ່ປຸ່ນ (Kankeiren) ​ໂດຍ​ທ່ານ Shosuke Mori ປະທານ Kankeiren ນຳ​ໜ້າ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ເຮັດ​ວຽກ ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະ​ຄອນ ຫງວຽນ​ແທ່ງ​ຟອງ ຊີ້​ແຈ້ງວ່າ: ນະຄອນ ​ໂຮ່ຈີ​ມິນ ດ້ວຍຖານະເປັນ​ໃຈກາງ​ເສດຖະກິດ​ໃຫຍ່​ຂອງ ຫວຽດນາມ ຫວັງ​ວ່າ ຈະ​​ແມ່ນ​ສະຖານ​ທີ່​ລົງທຶນ​ໄວ້​ເນື້ອ​ເຊື່ອ​ໃຈຂອງ​ບັນດາ​ນັກທຸລະກິດ ຍີ່ປຸ່ນ​ ​ເວົ້າ​ລວມ​ ​ແລະ ບັນດາ​ວິ​ສາ​ຫະກິດ​ເຂດ Kansai ​ເວົ້າ​ສະ​ເພາະ. ນະຄອນ ​ໂຮ່ຈີ​ມິນ ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ ​ໃນ​ນັ້ນ​ ມີ​ບັນດາ​ວິ​ສາ​ຫະກິດ Kankeiren ທີ່​ມີ​ຕໍ່​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ນະ​ຄອນ; ​ໃຫ້​ຄຳ​ໝັ້ນ​ສັນຍາ​ຕ້ອນຮັບ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ Kankeiren ລົງທຶນ​ຍາວ​ນານ​ເຂົ້າ​ນະຄອນ.

        ສ່ວນ​ທ່ານ Shosuke Mori ຢືນຢັນ​ວ່າ: ການ​ຢ້ຽມຢາມນະຄອນ ​ໂຮ່ຈີ​ມິນ ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ເປີດ​ກ້ວາງ​ການ​ພົບ​ປະ​ແລກປ່ຽນ​ເສດຖະກິດ, ຊອກ​ຫາ​ກາລະ​ໂອກາດ​ລົງທຶນ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ Kankeiren ກັບ ນະ​ຄອນ​ໂຮ່ຈີ​ມິນ ກ່ວາ​ອີກ. ​ໃນ​ອະນາຄົດ, ​ເມື່ອ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ມີຜົນ​ສັກສິດ, ​ແນ່ນອນ​ວ່າ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, 2 ​ເຂດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ.

       

ຂ່າວ/ບົດ​ອື່ນ