ນະຄອນໂຮ່ຈິມີນແລະວິສາຫະກິດເອີລົບຮ່ວມມືພັດທະນາແບບຍືນຍົງ

ນະຄອນໂຮ່ຈິມີນແລະວິສາຫະກິດເອີລົບຮ່ວມມືພັດທະນາແບບຍືນຍົງ - ảnh 1
ທ່ານ ຫງວຽນ​ແທ່ງ​ຟອງ, ປະ​ທານ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ໂຮ່​ຈິ​ມີນ ໄດ້​ຕ້ອນ​ຮັບ​ທ່ານ Michael Berhrens
ພາບ:TTXVN

(vovworld)-  ​ຕອນ​ບ່າຍ​ວັນ​ທີ 21/11, ທ່ານ ຫງວຽນ​ແທ່ງ​ຟອງ, ປະ​ທານ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ ໂຮ່​ຈິ​ມີນ ໄດ້​ຕ້ອນ​ຮັບ​ທ່ານ Michael Berhrens, ປະ​ທານ​ສະ​ຫະ​ສະ​ມາ​ຄົມ ວິ​ສາ​ຫະ​ກິດ ເອີ​ລົບ ຢູ່ ຫວຽດ​ນາມ (Eurocham). ນະ​ທີ່ນີ້, ທ່ານ ຫງວຽນ​ແທ່ງ​ຟອງ ສະ​ເຫນີ​ວ່າ: Eurocham ແບ່ງ​ປັນ​ກ່ຽວ​ກັບ​ບົດ​ຮຽນ​ໃນ​ການ​ສ້າງ​ບັນ​ດາ​ກິດ​ຈະ​ກຳ​ຂຽວ​ຂອງ​ຕົວ​ເມືອງ ຢູ່ ເອີ​ລົບ; ແນະ​ນຳ​ບັນ​ດາ​ອຸ​ປະ​ກອນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ທັນ​ສະ​ໄຫມ, ປະ​ຢັດ​ພະ​ລັງ​ງານ; ບັນ​ດາ​ມາດ​ຕະ​ການ​ກຳ​ຈັດ​ສິ່ງ​ເສດ​ເຫລືອ ຮັບ​ປະ​ກັນ​ຫລັກ​ອະ​ນ​າ​ໄມ​ໃຫ້​ສິ່ງ​ແວດ​ລ້ອມ, ເຕັກ​ໂນ​ໂລ​ຊີ​ນຳ​ໃຊ້​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃຫມ່. ສ່ວນ​ທ່ານ Michael Berhrens ເນັ້ນ​ຫນັກ​ວ່າ: ບັນ​ດາ​ວິ​ສາ​ຫະ​ກິດ ເອີ​ລົບ ພ້ອມ​ແລ້ວ ແບ່ງ​ປັນ ແລະ ປາດ​ຖະ​ຫນາ​ຢາກ​ໄດ້​ຮ່ວມ​ມື​ໃນ​ວິ​ວັດ​ການກໍ່​ສ້າງ, ຜັນ​ຂະ​ຫຍາຍ​ແຜນ​ຮ່າງກໍ່​ສ້າງ​ນະ​ຄອນ​ໃຫ້​ທັນ​ສະ​ໄຫມ, ພັດ​ທະ​ນາ​ແບບ​ຍືນ​ຍົງ. Eurocham ພ້ອມ​ແລ້ວ​ຮ່ວມ​ມື​ຫນູນ​ຊ່ວຍ ນະ​ຄອນ​ໂຮ່​ຈິ​ມີນ ບຳ​ລຸງ​ສ້າງ, ຍົກ​ລະ​ດັບ​ຄວາມ​ຮູ້​ໃຫ້​ແກ່​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຮັບ​ນັກ​ສຶ​ກ​ສາ​ມາ​ຄົ້​ນ​ຄ້​ວາ ແລະ ເຮັດ​ວຽກ​ຢູ່​ບັນ​ດາ​ບໍ​ລິ​ສັດ, ສູນ​ຄົ້ນ​ຄ້​ວາ, ໂຮງ​ຈັກ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ເອີ​ລົບ ຢູ່ ຫວຽດ​ນາມ.


ຕອບກັບ

ຂ່າວ/ບົດ​ອື່ນ