ນະໂຍບາຍການພົວພັນ ຕ່າງປະເທດຂອງລັດເຊຍ ແມ່ນໃຫ້ບຸລິມະສິດ ຊຸກຍູ້ການຮ່ວມມືກັບ ຫວຽດນາມ

ນະໂຍບາຍການພົວພັນ ຕ່າງປະເທດຂອງລັດເຊຍ ແມ່ນໃຫ້ບຸລິມະສິດ ຊຸກຍູ້ການຮ່ວມມືກັບ ຫວຽດນາມ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ Andrey G. Kovtun
(ພາບ: Anh Ngọc)

(​vovworld) – ​ວັນ​ທີ 25/12, ຢູ່ ຮ່າ​ໂນ້ຍ, ສະຖານທູດສະຫະພັນ ລັດ​ເຊຍ ປະຈຳ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ປະຊຸມ​ຂ່າວ​ສະຫລຸບ​ການ​ພັດທະນາ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະ​ຫວ່າງ ສະຫະພັນ ລັດ​ເຊຍ ​ແລະ ຫວຽດນາມ ​ໃນ​ປີ 2013.

        ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Andrey G. Kovtun, ການ​ພົວພັນ​ລະຫວ່າງສະຫະພັນ ລັດ​ເຊຍ ​ແລະ ຫວຽດນາມ ພວມ​ສືບ​ຕໍ່​ເປີດ​ກ້ວາ​ງນັບທັງ​ຂອບ​ເຂດ ​ແລະ ຮູບ​ແບບ​ການ​ຮ່ວມ​ມື​ໃນ​ທຸກໆ​ຂົງ​ເຂດ ວິທະຍາສາດ - ​ເຕັກນິກ, ການ​ສຶກສາ, ວັດ​ທະນະ​ທຳ, ການ​ທ່ອງ​ທ່ຽວ.​.​.​ ກ່ຽວ​ກັບ​ດ​້ານ​ການ​ເມືອງ, ຍາມ​ໃດ​ລັດ​​ເຊຍ ກໍ່​ຖື​ເປັນ​ສຳຄັນການຊຸກຍູ້​ການ​ຮ່ວມ​ມື​ກັບ ຫວຽດນາມ ​ແມ່ນ​ໜຶ່ງ ​ໃນ​ບັນດາ​ບຸລິມະສິດ​ຕົ້ນ​ຕໍ່​ໃນ​ນະ​ໂຍບາຍ​ພົວພັນ​ຕ່າງປະ​ເທດ​ຂອງ​ລັດ​ເຊຍ ກັບ​ອາຊີ. ບັນດາ​ການ​ຢ້ຽມຢາມ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປ​ະ​ເທດ​ໃນ​ປີຜ່າ​ນມາ​ບັນລຸ​ໝາກຜົນ​ດີງາມ, ​​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ 2 ປະ​ເທດ. ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ​ລະຫວ່າງ 2 ປະ​ເທດ​ກໍ່​ບັນລຸ​ໄດ້​ໝາກຜົນ​ດີ​ພໍ​ສົມຄວນ, ດັ່ງ​ນັ້ນ​ວົງ​ເງິນ​ການ​ຄ້າ 2 ຝ່າ​ຍບັນ​ລຸ 3,15 ຕື້ USD, ມູນ​ຄ່າ​ນຳເຂົ້າສິນຄ້າ​ຂອງ ລັດ​ເຊຍ ຈາກ ຫວຽດນາມ ບັນ​ລຸ 2,24 ຕື້ USD ​ໃນ​ປີ 2013. 2 ປະ​ເທດ​ສູ້ຊົນ​ນຳ​ວົງ​​ເງິນ​ການ​ຄ້າ​ຂຶ້ນ​ເຖິງ 7 ຕື້ USD ​ໃນ​ປີ 2015 ​ແລະ 10 ຕື້ USD ​ໃນ​ປີ 2020​.​..​ ທ່ານ​ເອກ​ອັກ​ຄະ​ລັດຖະທູດ​ລັດ​ເຊຍ ປະຈຳ ຫວຽດນາມ Andrey G. Kovtun ​ເນັ້ນ​ໜັກ​ວ່າ:

        “ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພວກ​ເຮົາ​ແມ່ນ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ຄວາມ​ເຄົາລົບ​ບັນດາ​ມູນ​ເຊື້ອ​ຂອງ​ກັນ ​ແລະ ນຳ້​ໃຈ​ຮັກ​ແພງ​ກັນຢ່າງ​ເລິກ​ເຊິ່ງ​. ຂ​້າພະ​ເຈົ້າ ຫວັງ​ວ່າ, ບັນດາ​ທ່າ​ອ່ຽງຕັ້ງໜ້າ​ທີ່​ມີ​ຢູ່​ແລ້ວ​ໃນ​ການ​ພົວພັນ​ລະຫວ່າງ ພວກ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ມານະພະ​ຍາ​ຍາມ ​ແລະ ສະໜັບສະໜູນຈາກ 2 ຝ່າຍ. ສິ່ງ​ດັ່ງກ່າວ​ສຳຄັນ​ທີ່​ສຸດ ​ຍ້ອນ​ວ່າ​ສາຍ​ພົວພັນ​ຫຼາຍ​ດ້ານ​ລະຫວ່າງ ລັດ​ເຊຍ ​ແລະ ຫວຽດນາມ​ແມ່ນ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດຂອງ​ທັງ 2 ປະ​ເທດ, ຊ່ວຍບັນລຸຄວາມ​ກ້າວໜ້າ​ທາງ​ເສດຖະກິດ ​ແລະ ​ເຕັກ​ໂນ​ໂລ​ຢີຂອງ​ 2 ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ”


ຂ່າວ/ບົດ​ອື່ນ