ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບເຈົ້າຄອງເຂດການເງິນ ລອນດອນ

ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບເຈົ້າຄອງເຂດການເງິນ ລອນດອນ - ảnh 1
ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບ​
ເຈົ້າ​ຄອງ​ເຂດ​ການ​ເງິນ ລອນ​ດອນ
(ພາບ: Chinhphu.vn)

(vovworld) -     ​ໃນ​ການ​ຕ້ອນຮັບ​ທ່ານ David Woodtton, ເຈົ້າ​ຄອງ​​ເຂດ​ການ​ເງິນ ລອນ​ດອນ ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ໃນ​ຕອນ​ບ່າຍ​ວັນ​ທີ 24/9, ທ່ານ​ນາ​ຍົກລັດຖະມົນຕີ​ຫວຽດນາມ Nguyen Tan Dung ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ເຮັດ​ວຽກ​ລະຫວ່າງ​ທ່ານ David Woodtton ​ແລະ ບັນດາ​ອົງການ​ກ່ຽວຂ້ອງ ຂອງ​ຫວຽດນາມ ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້; ຖື​ວ່າການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ຂອງ​ທ່ານ David Woodtton ຈະ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຫວັງ​ວ່າ ລາ​ຊະ​ອານາຈັກ​ອັງກິດ ຈະ​ໃຫ້ການ​ຮ່ວມ​ມື, ​ແບ່ງປັນ​ບົດຮຽນ​​ໃຫ້​ແກ່​ຫວຽດນາມ​ໃນ​ຂົງ​ເຂດການ​ເງິນ, ທະນາຄານ, ​ໃນ​ການ​ສ້າງ​ບັນດາ​ສູນ​ການ​ເງິນ​ຢູ່​ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈິ​ມິນ, ບຳງລຸງສ້າງພະນັກງານ​ກ່ຽວ​ກັບ​ດ້ານ​ການ​ເງິນ, ທະນາຄານ… ສ່ວນ​ທ່ານ David Woodtton ​ໃຫ້​ຮູ້​ວ່າ, ຈຸດໝາຍ​ຂອງ​ການ​ຢ້ຽມຢາມ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ຄັ້ງ​ນີ້​ຂອງ​ຄະນະ​ຜູ້​ແທນ​ເຂດ​ການ​​ເງິນລອນ​ດອນ ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ອັງກິດ ກັບ ຫວຽດນາມ ​ໃນບັນດາ​ຂົງ​ເຂດ​ການ​ເງິນ, ທະນາຄານ​. ທ່ານ David Woodtton ​ໃຫ້​ຮູ້​ວ່າ, ອັງກິດ ປາດ​ຖະໜາ​ຢາກເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຫວຽດນາມ​ໃນ​ຂົງ​ເຂດ ກວດ​ສອບ​ບັນຊີ, ຫຼັກ​ຊັບ, ການຮ່ວມ​ມື​ລະຫວ່າງ​ພາກ​ລັດ ​ແລະ ເອກະ​ຊົນກວ່າ​ອີກ.

ຂ່າວ/ບົດ​ອື່ນ