ນາຍົກລັດຖະມົນຕີ Nguyen Tan Dung ​ເຂົ້າ​ຮ່ວມ​​ກອງ​ປະຊຸມ​ສຸດຍອດ​ແມ່​ຂອງ ຍີ່​ປຸ່ນ

ນາຍົກລັດຖະມົນຕີ Nguyen Tan Dung ​ເຂົ້າ​ຮ່ວມ​​ກອງ​ປະຊຸມ​ສຸດຍອດ​ແມ່​ຂອງ ຍີ່​ປຸ່ນ - ảnh 1
ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມກອງປະຊຸມສຸດຍອດ
ແມ່ຂອງ ຍີ່ປຸ່ນ ຄັ້ງທີ 4

(vovworld) -  ຕອນ​ເຊົ້າ​ວັນ​ທີ 21/4 ຢູ່​ຫ້ອງ​ຮັບ​ແຂກ​ຂອງ​ລັດຖະບານ ຍີ່​ປຸ່ນ ຢູ່ ​ໂຕ​ກຽວ ​ໄດ້​ດຳ​ເນີນ​ບັນດາ​ວາລະ​ປະຊຸມ​ຂອງ​ກອງ​ປະຊຸມ​ສຸດ​ຍອດ ​ແມ່​ຂອງ ຍີ່​ປຸ່ນ ຄັ້ງທີ 4. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ພາຍຫລັງ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຢືນຢັນ​ວ່າ: ໝາກຜົນ​ພົ້ນ​ເດັ່ນ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ເລື່ອງ​ຮັບ​ຮອງ​ເອົາ​ຍຸດ​ທະ​ສາດ ​ໂຕ​ກຽວ ກັບ​ສາມ​ທິດ​ແຫ່ງ​ການ​ຮ່ວມ​ມື​ຕົ້ນຕໍ.ນັ້ນ​ແມ່ນ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ ​ແລະ ລະຫວ່າງ​ແມ່​ຂອງ​ກັບ​ບັນດາ​ປະ​ເທດ​ພາຍ​ນອກ ​ເພື່ອ​ຂຸດ​ຄົ້ນ​ທີ່​ຕັ້ງ​ຍຸດ​ທະ​ສາດ​ຂອງ​ພາກ​ພື້ນ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ, ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ຂອງ​ພາກ​ພື້ນ​ແມ່​ຂອງ​ກັບ​ທົ່ວ​ໂລກ. ບັນດາ​ປະ​ເທດ​ລຸ່ມແມ່​ນ້ຳຂອງ ​ແລະ ຍີ່​ປຸ່ນ ​ເຫັນ​ດີ ຍູ້​​ແຮງ​ການ​ຮ່ວມ​ມື​ໃນ​ການ​ລົງ​ທຶນ ​ແລະ ການ​ຄ້າ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ຖື​ບົດ​ບາດ​ຂອງ​​ພາກ​ເອກະ​ຊົນ ​ແລະ ມານະ​ພະຍາຍາມ​ສ້າງ​ຄວາມ​ສະດວກ​ກວ່າ​ອີກ​ໃຫ​້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ວິ​ສາ​ຫະກິດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນພາກ​ລັດ ​ແລະ ​​ເອກະ​ຊົນ​ໃນ​ພາກ​ພື້ນ. ບັນດາ​ປະ​ເທດ​ກໍ​ເປັນ​ເອກະ​ພາບ​ກັນ​ໃນ​ການ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ລະອຽດ ​ໃນ​ການ​ນຳ​ໃຊ້, ອະນຸລັກ​ຮັກສາ ​ແລະ ຄຸ້ມ​ຄອງ​ແຫ​ລ່ງນ້ຳ​ແມ່​ຂອງ​​ແບບ​ຍືນ​ຍົງ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນ​ວ່າ:

        “ຫວຽດນາມ ​ໄດ້​ຍົກ​ອອກ​ຂໍ້​ລິ​ເລີ່​ມພັດທະນາ​ລະບົບ​ຂົນ​ສົ່ງ​ຫລາຍ​ຮູບ​ການ ​ເພື່ອ​ນຳ​ໃຊ້​ຕາຫນ່າງແມ່​ນ້ຳ​ລຳ​ເຊ, ສົມທົບ ​ແລະ ຫນູນ​ຊ່ວຍ​ໃຫ້​ແກ່​ການ​ຂົນ​ສົ່ງ​ທາ​ງບົກ ​ແລະ ທາງ​ທະ​ເລ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ຂະ​ແຫນງ​ທ່ອງ​ທ່ຽວ, ການ​ຈໍລະ​ຈອນ​ສິນຄ້າ, ຫລຸດຜ່ອນ​ລາຍ​ຈ່າຍ ​ແລະ ​ເວລາ​ຂົນ​ສົ່ງ, ປະກອບສ່ວນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຜ່ານ​ການ​ຫລຸດຜ່ອນ​ອາຍ​ເສຍທາງ​ຄົ​ມມະ​ນາ​ຄົມ. ຂໍ້​ລິ​ເລີ່​ມນີ້​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກກອງ​ປະຊຸມ ​ແລະ ຈະ​ໄດ້​ຮັບ​ການປະຕິບັດ​ເທື່ອ​ລະ​ກ້າວ.”

ໝາກຜົນ​ທີ່​ພົ້ນ​ເດັ່ນ​ໃນ​ກອງ​ປະຊຸມ​ຄັ້ັ້ງນີ້ ນັ້ນ​ແມ່ນ​ທ່ານ​ນາຍົກລັດຖະມົນຕີ ຍີ່​ປຸ່ນ Yoshihiko Noda ​ໄດ້​ຢືນຢັນ​ວ່າ ລັດຖະບານ​ຍີ່​ປຸ່ນ ຈະ​ສະຫງວນ​ເງິນ​ຈຳນວນ 600 ຕື້​ເຢັນ ​ເພື່ອ​ຫນູນ​ຊ່ວຍ​ບັນດາ​ປະ​ເທດ​ແມ່​ຂອງ ​ໃນ​ໄລຍະ 2013 -2015 ພ້ອມ​ທັງ​ສະ​ເຫ​ນີ 57 ​ໂຄງການ​ດ້ວຍ​ຍອດ​ລາຍ​ຈ່າຍ 2.300 ຕື້​ເຢັນ, ​ໃນ​ນັ້ນ ມີ 26 ​ໂຄງການ​​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່ ຫວຽດນາມ.

ກອງ​ປະຊຸມ​ແມ່​ຂອງ ຍີ່​ປຸ່ນ ຄັ້ງ​ທີ 4 ກໍ​ໄດ້​ແລກປ່ຽນ​ບາງ​ບັນຫາ​ຢູ່ ພາກ​ພື້ນ ​ແລະ ສາກົນ ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ ​ເຕື້ອງ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ ​ແລະ ຄວາມ​ເສລີ​​ໃນ​ການ​ເດີ​ນທະ​ເລ​ຢູ່ ທະ​ເລ​ຕາ​ເວັນ​ອອກ.“

ນັກຂ່າວ Thanh Chung


ຂ່າວ/ບົດ​ອື່ນ