ນາຍົກລັດຖະມົນຕີ Nguyen Tan Dung ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີຢ່າງເປັນທາງການ

ນາຍົກລັດຖະມົນຕີ Nguyen Tan Dung ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີຢ່າງເປັນທາງການ - ảnh 1
ນາຍົກລັດຖະມົນຕີ Nguyen Tan Dung ແລະ  ແດນມາກ
(ພາບ: Chinhphu.vn)

(vovworld) - ວັນ​ທີ 28/3, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ ສ ​ເກົາຫຼີ​ ຢ່າງ​ເປັນ​ທາງ​ການ.

        ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 28/3, ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍ ຄັ້ງທີ 2 ​ເຊິ່ງຈັດຂຶ້ນ​ຢູ່​ນະຄອນຫຼວງ Seoul ​ແຫ່ງ ສ. ​ເກົາຫຼີ, ວັນ​ທີ 28/3,  ທ່ານ​ນາຍົກລັດຖະມົນຕີ​ໄດ້​ມີ​ການ​ພົບ​ປະ​ກັບ​ປະທານ​ສະພາ​ເອີ​ລົບ Herman Van Rompuy ​ແລະ ປະທານ​ຄະນະ​ກຳມະການ​ເອີ​ລົບ Jose Manuel Barroso, ປະທານາທິບໍດີ​ແຟງ​ລັງ Sauli Niinisto, ນາຍົກລັດຖະມົນຕີ ອົດ​ສະ​ຕາ​ລີ Julia Gallard ​ແລະ ນາຍົກລັດຖະມົນຕີ​ແດນ​ມາດ Helle Thorning Schmidt.

​ໃນ​ການ​ພົບ​ປະ​ກັບ​ປະທານ​ສະພາ​ເອີ​ລົບ Herman Van Rompuy ​ແລະ ປະທານ​ຄະນະ​ກຳມະການ​ເອີ​ລົບ Jose Manuel Barroso, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຢືນຢັນ​ວ່າ: ຫວຽດນາມ​ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ກັບ ສະຫະພາບ​ເອີ​ລົບ​ບົນພື້ນຖານ​ຄູ່​ຮ່ວມ​ມື​ສະ​ເໝີ​ພາບ​, ຮ່ວມ​ມື​ຢ່າງຮອບດ້ານ, ຍາວ​ນານ ​​ເພື່ອ​ສັນຕິພາບ ​ແລະ ການ​ພັດທະນາຂອງພາກ​ພື້ນ ​ແລະ ​ໂລກ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ສະ​ເໜີ​ໃຫ້ ສະຫະພາບ​ເອີ​ລົບ​ມີ​ວິທີ​ສຳ​ພັດ​ຢ່າງ​ເໝາະ​ສົມ, ມີ​ໄຫວ​ພິບ​ເພື່ອ​ໃຫ້ 2 ຝ່າຍ​ອາດ​ຈະ​ເລີ່​ມຕົ້ນ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (ຫຼື FTA) ​ແລະ ຮັບຮູ້​ຂໍ້​ກຳນົດ​ດ້ານ​ເສດຖະກິດ​ຕະຫຼາດ​ຂອງ​ຫວຽດນາມ​ໂດຍ​ໄວ.


ນາຍົກລັດຖະມົນຕີ Nguyen Tan Dung ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີຢ່າງເປັນທາງການ - ảnh 2
ການພົບປະກັບປະທານສະພາເອີລົບ
(ພາບ:Chinhphu.vn)

ໃນ​ການ​ຕ້ອນຮັບ​ປະທານາທິບໍດີ ​ແຟງ​ລັງ Sauli Niinisto, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ສະ​ເໜີ 2 ຝ່າຍຈົ່ງ​ສືບ​ຕໍ່​ຮັກສາ​ບັນດາ​ກົນ​ໄກ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ໄວ້​ເນ​ື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ​ເປີດ​ກ້ວາງກາລະ​ໂອກາດ​ການ​ຮ່ວມ​ມື​ເສດຖະກິດ - ການ​ຄ້າ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ອະນາ​ໄມຄວາມ​ປອດ​ໄພ​ດ້ານ​ອາ​ຫານ, ການ​ຮ່ວມ​ມື​ພາກ​ລັດ - ​ເອກະ​ຊົນ (ຫຼື PPP), ຂຸດ​ຄົ້ນ​ບໍ່​ແຮ່ ​ແລະ ພະລັງງານ.​​..​ ນາຍົກລັດຖະມົນຕີທັງ 2 ທ່ານ​ມອບໝາຍ​ໃຫ້​ບັນດາ​ອົງການ​ທີ່​ກ່ຽວຂ້ອງຂອງ 2 ປະ​ເທດ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ກະກຽມ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ປີ 2013 ດ້ວຍ​ຫຼາຍ​ວິທີ​ທີ່ແທດ​ຈິງ, ມີ​ປະສິດທິ​ຜົນ, ຜ່ານ​ນັ້ນ​ປະກອບສ່ວນ​ຮັດ​ແໜ້ນ​ການ​ພົວພັນ​ຄູ່​ຮ່ວມ​ມື​ອັນ​ດີ​ງາມກ່ວາ​ອີກ ​ແລະ ​ເຮັດ​​ໃຫ້ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ລະອຽດຍິ່ງ​ກ່ວາ​ອີກ.

​ເມື່ອ​ພົບ​ປະ​ກັບ​ນາຍົກລັດຖະມົນຕີ​ແດນ​ມາກ ທ່ານນາງ Helle Thorning Schmidt, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນ​ທຶນ ODA ​ເຊິ່ງ​ແດນ​ມາກ ໜູນ​ຊ່ວຍ​​ໃຫ້ຫວຽດນາມ​ໃນ​ຊຸມ​ປີຜ່ານມາ ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ, ​ໂດຍສຸມ​ໃສ່​​ບັນດາ​ຂົງ​ເຂດ​​ຮັບບຸລິມະສິດຂອງ​ຫວຽດນາມ, ພ້ອມ​ກັນ​ນັ້ນກໍ່​ຫວັງ​ວ່າ: ຈະສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຂອງ​ແດນ​ມາກ​ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ການ​ສຶກສາ, ສິ່ງ​ແວດ​ລ້ອມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຖື​ວ່າ​ເ ​ເລື່ອງ 2 ຝ່າຍ​ແລກປ່ຽນ​ຄະນະ​ຜູ້​ແທນຂັ້ນ​ສູງ​ເປັນ​ປະຈຳ​ໄດ້​ສ້າງ​ກຳລັງ​ໜູນ​ຊຸກຍູ້​ການ​ຮ່ວມ​ມື 2 ຝ່າຍ​ຢ່າງ​ແຮງ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ຮັບ​ບຸລິມະ​ສິດ​ແມ່ນ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ, ການ​ຮ່ວວມື​ພັດທະນາ.​.​.​

 

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ