ນາຍົກລັດຖະມົນຕີ ກຸຍບາ ຢ້ຽມຢາມ ຫວຽດນາມ, ລາວ, ກຳປູເຈຍ ຢ່າງເປັນທາງການ

(VOVWORLD) -ຫວຽດນາມ, ລາວ ແລະ ກຳປູເຈຍ ມີສາຍພົວພັນຖານອ້າຍນ້ອງສະໜິດແໜ້ນກັບປະເທດເກາະ ກາຣີເບ, ບົນພື້ນຖານນ້ຳໃຈສາມັກຄີຍືນຍົງບໍ່ສາມາດປ່ຽນແປງໄດ້ ແລະ ມີຫຼາຍທັດສະນະທີ່ຄ້າຍຄືກັນໃນບັນດາບັນຫາສາກົນ.
ນາຍົກລັດຖະມົນຕີ ກຸຍບາ ຢ້ຽມຢາມ ຫວຽດນາມ, ລາວ, ກຳປູເຈຍ ຢ່າງເປັນທາງການ - ảnh 1ທ່ານນາຍົກລັດຖະມົນຕີ ກຸຍບາ Manuel Marrero Cruz
(ພາບປະກອບ: TTXVN)

ກະຊວງການຕ່າງປະເທດ ກຸຍບາ ໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີປະເທດນີ້ Manuel Marrero Cruz ຈະໄປຢ້ຽມຢາມ ຫວຽດນາມ, ລາວ ແລະ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 28 ກັນຍາ ຫາວັນທີ 6 ຕຸລາ. ນີ້ແມ່ນການໄປປະຕິບັດງານຄັ້ງທຳອິດຂອງທ່ານ Manuel Marrero Cruz ໃນຖານະຕຳແໜ່ງເປັນນາຍົກລັດຖະມົນຕີ ກຸຍບາ.

ແຈ້ງການອອກວັນທີ 24 ກັນຍາ (ຕາມເວລາທ້ອງຖິ່ນ) ຂອງກະຊວງການຕ່າງປະເທດ ກຸຍບາ ຊີ້ແຈ້ງວ່າ: ຫວຽດນາມ, ລາວ ແລະ ກຳປູເຈຍ ມີສາຍພົວພັນຖານອ້າຍນ້ອງສະໜິດແໜ້ນກັບປະເທດເກາະ ກາຣີເບ, ບົນພື້ນຖານນ້ຳໃຈສາມັກຄີຍືນຍົງບໍ່ສາມາດປ່ຽນແປງໄດ້ ແລະ ມີຫຼາຍທັດສະນະທີ່ຄ້າຍຄືກັນໃນບັນດາບັນຫາສາກົນ.

ກ່ອນການໄປປະຕິບັດງານດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ກຸຍບາ Manuel Marrero Cruz  ໄດ້ໄປ ຍີ່ປຸ່ນ ເຂົ້າຮ່ວມພິທີໄວ້ທຸກລະດັບຊາດຂອງທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ປະຕິບັດການເຄື່ອນໄຫວຍບາງຢ່າງໃນໂຄງການດຳເນີນງານ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ