ນາຍົກລັດຖະມົນຕີ ປາກິດສຖານ ໄປ ຊະອຸດີ ອາຣາເບຍ ເພື່ອປຶກສາຫາລືກ່ຽວກັບບັນຫາ Yemen

ນາຍົກລັດຖະມົນຕີ ປາກິດສຖານ ໄປ ຊະອຸດີ ອາຣາເບຍ ເພື່ອປຶກສາຫາລືກ່ຽວກັບບັນຫາ Yemen - ảnh 1
ທ່ານ​ນາຍົກລັດຖະມົນຕີ ປາ​ກິດສຖານ Nawaz Sharif
(ພາບປະກອບ: TTXVN/Tin tức)


​(vovworld) – ວັນ​ທີ 23/04, ທ່ານ​ນາຍົກລັດຖະມົນຕີ ປາ​ກິດສຖານ Nawaz Sharif ​ໄດ້​ໄປ​ປະຕິບັດ​ງານ​ຢູ່ ຊະ​ອຸ​ດີ ອາຣາ​ເບຍ ​​ເປັນ​ເວລາ 1 ວັນ. ​ແຈ້ງ​ການ​ຂອງ​ຫ້ອງ​ວ່າການ​ນາຍົກລັດຖະມົນຕີ ປາ​ກິດສຖານ ​ໃຫ້​ຮູ້​ວ່າ, ຈຸດປະສົງ​ຂອງ​ການ​ຢ້ຽມຢາມ ​ແມ່ນ​ເພື່ອ​ປຶກສາ​ຫາ​ລື​ກ່ຽວ​ກັບບັນຫາ​ສົງຄາມ​ຢູ່ Yemen. ຮ່ວມ​ເດີນທາງ​ພ້ອມ​ກັບ​ທ່ານ Sharif ມີ​ຜູ້​ບັນຊາ​ການ​ກອງທັບ Raheel Sharif, ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Khawaja Asif ​ແລະ ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອື່ນອີກ​ຫຼາຍ​ທ່ານ​ຂອງ​ປາ​ກິດສຖານ. ສຳນັກ​ຂ່າວສານ​ທາງ​ການ SPA ຂອງ ຊະ​ອຸ​ດີ ອາຣາ​ເບຍ ​ໃຫ້​ຂ່າວ​ວ່າ, ຄະນະ​ຜູ້​ແທນ ປາ​ກິດສຖານ ​ໄດ້​ໄປ​ຮອດ​ສະໜາມ​ບິນທະ​ຫານ​ຢູ່​ນະຄອນຫຼວງ Riyadh ​ແລະ ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ, ​ເຈົ້າ​ຊາຍ Mohammed bin Nayef ພ້ອມ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ Mohammed bin Salman ​ຂອງປະ​ເທດ​ເຈົ້າພາບ​.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ນາຍົກລັດຖະມົນຕີ Sharif ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ Salmal ​ແລະ ​ເຈລະຈາ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​​ຂັ້ນ​ສູງ​ຂອງ ຊະ​ອຸ​ດີ ອາຣາ​ເບຍ. ​

ຂ່າວ/ບົດ​ອື່ນ