ນາຍົກລັດຖະມົນຕີ ຟ້າມມິງຈິງ: ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ໄວ້ວາງໃຈ, ສະໜິດສະໜົມ ຫວຽດນາມ - ຍີ່ປຸ່ນ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ບົນພື້ນຖານການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ, ໄວ້ເນື້ອເຊື່ອໃຈ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ”
ນາຍົກລັດຖະມົນຕີ ຟ້າມມິງຈິງ: ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ໄວ້ວາງໃຈ, ສະໜິດສະໜົມ ຫວຽດນາມ - ຍີ່ປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ “ກອງປະຊຸມສຳມະນາເສດຖະກິດລະດັບສູງ”
(ພາບ:TTXVN)

ຕອນເຊົ້າວັນທີ 7 ມີນາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ “ກອງປະຊຸມສຳມະນາເສດຖະກິດລະດັບສູງ” ເນື່ອງໃນໂອກາດສະເຫຼີມສະຫຼອງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ຄົບຮອບ 50 ປີ (1970 – 2023). ກອງປະຊຸມສຳມະນາ ໂດຍກະຊວງແຜນການ ແລະ ການລົງທຶນ, ສະຖານທູດ ຍີ່ປຸ່ນ  ແລະ ສະຫະພັນບັນດາອົງການເສດຖະກິດຍີ່ປຸ່ນ (KEIDANREN) ຮ່ວມກັນຈັດຂຶ້ນ.

        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ບົນພື້ນຖານການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ, ໄວ້ເນື້ອເຊື່ອໃຈ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ”, ກຳລັງບົ່ມຊ້ອນຮ່ວມມືຂອງສອງປະເທດຍັງມີຫຼາຍຢູ່. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ບັນດານັກວິທະຍາສາດ, ອົງການຈັດຕັ້ງ, ວິສາຫະກິດຂອງ ຍີ່ປຸ່ນ ແລະ ຫວຽດນາມ ພ້ອມກັນປຶກສາຫາລື, ແບ່ງປັນບົດຮຽນປະສົບການ ເພື່ອເປັນເສນາທິການໃຫ້ແກ່ ລັດຖະບານ ບັນດາມາດຕະການທີ່ແທດຈິງ, ມຸ່ງໄປເຖິງການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນຂອງສອງຝ່າຍ. ດ້ວຍເນື້ອໃນຈິດໃຈ “ຜົນປະໂຫຍດກົມກ່ຽວ, ແປງປັນຄວາມສ່ຽງ”. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຈະຮ່ວມເດີນທາງ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ ຍີ່ປຸ່ນ ລົງທຶນຢ່າງສຳເລັດ, ຍືນຍົງ ແລະ ຍາວນານຢູ່ ຫວຽດນາມ.

        ກໍໃນລາຍການດັ່ງກ່າວ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນ, ມາດຕະການຊຸກຍູ້ການຮ່ວມມື ຫວຽດນາມ - ຍີ່ປຸ່ນ ໃນການພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ຫັນປ່ຽນພະລັງງານ; ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ