ນາຍົກລັດຖະມົນຕີ ຟ້າມມິງຈີງ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ

(VOVWORLD) -ຕອນບ່າຍວັນທີ 25 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ  ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວນຳໜ້າຄະນະຜູ້ແທນກະຊວງຕຳຫຼວດລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ
ນາຍົກລັດຖະມົນຕີ ຟ້າມມິງຈີງ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານ  ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີປ້ອງກັນຄວາມສະຫງົບ ລາວ

     ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ສະເໜີໃຫ້ກະຊວງຕຳຫຼວດ 2 ປະເທດ, ພິເສດແມ່ນກຳລັງປ້ອງກັນຄວາມສະຫງົບຢູ່ທ້ອງຖິ່ນມີເສັ້ນຊາຍແດນຮ່ວມ, ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນປະສົບການ, ກຳແໜ້ນສະພາບການ, ສົມທົບການຕໍ່ສູ້ຢ່າງມີປະສິດທິຜົນກັບການຕ້ານການເຄື່ອນໄຫວມ້າງເພທຳລາຍ ຂອງບັນດາອິດທິກຳລັງທີ່ເປັນປໍລະປັກ; ຕ້ານອາດຊະຍາກຳທຸກປະເພດ, ພິເສດແມ່ນເອົາໃຈໃສ່ເຖິງການຄ້າຢາເສບຕິດ, ອາດຊະຍາກຳຂ້າມຊາດ ແລະ ອື່ນໆ, ຮັບປະກັນຄວາມສະຫງົບປອດໄພ ແລະ ກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ.

    ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ສະເໜີໃຫ້ ຝ່າຍລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນສະຫະປະຊາຊາດ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ບັນດາກົນໄກອະນຸພາກພື້ນ. 2 ປະເທດຕ້ອງຍຶດໝັ້ນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຮ່ວມມືເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ; ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີຄວາມສາມັກຄີ ແລະ ເປັນເອກະພາບກັນບົດບາດໃຈກາງຂອງອາຊຽນ ໃນບັນດາວິວັດທະນາການພາກພື້ນ ແລະ ບັນດາບັນຫາທີ່ກະທົບເຖິງຂະບວນວິວັດແຫ່ງການສ້າງປະຊາຄົມອາຊຽນ ກໍຄືຄວາມໝັ້ນຄົງ ແລະ ການພັດທະນາຂອງບັນດາປະເທດສະມາຊິກ, ໃນນັ້ນມີບັນຫາທະເລຕາເວັນອອກ, ກໍ່ສ້າງປະຊາຄົມອາຊຽນປອດຢາເສບຕິດ

ຕອບກັບ

ຂ່າວ/ບົດ​ອື່ນ