ນາຍົກລັດຖະມົນຕີ ຟ້າມມິງຈິງ ຖະຫວາຍທູບທຽນທີ່ເຂດປູຊະນີຍະສະຖານ 3 ແຍກ ດົ່ງລົກ

(VOVWORLD) - ຕໍ່ໜ້າດວງວິນຍານບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ທ່ານນາຍົກລັດຖະມົນຕີ ພ້ອມກັບຄະນະໄດ້ກົ້ມຫົວໄຫວ້ອາໄລ, ສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງທີ່ມີຕໍ່ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງລຸ້ນພໍ່ລຸ້ນອ້າຍເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ
 
ນາຍົກລັດຖະມົນຕີ ຟ້າມມິງຈິງ ຖະຫວາຍທູບທຽນທີ່ເຂດປູຊະນີຍະສະຖານ 3 ແຍກ ດົ່ງລົກ - ảnh 1ນາຍົກລັດຖະມົນຕີ ຟ້າມມິງຈິງ ຖະຫວາຍທູບທຽນທີ່ເຂດປູຊະນີຍະສະຖານ 3 ແຍກ ດົ່ງລົກ

ໃນຂອບເຂດການໄປປະຕິບັດງານທີ່ແຂວງ ຮ່າຕິງ, ຕອນເຊົ້າວັນທີ 11 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະປະຕິບັດງານ, ບັນດາການນຳແຂວງ ຮ່າຕິງ ໄດ້ໄປຖະຫວາຍທູບທຽນ, ວາງພວງມາລາທີ່ຫໍສີລາຈາລຶກນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຊາວໜຸ່ມຕະລຸມບອນທົ່ວປະເທດ ແລະ ເຂດສຸສານນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຊາວໜຸ່ມຕະລຸມບອນຍິງ 10 ທ່ານໄດ້ທີ່ເສຍສະຫຼະຊີວິດເພື່ອຊາດທີ່ເຂດ 3 ແຍກດົ່ງລົກ.

        ຕໍ່ໜ້າດວງວິນຍານບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ທ່ານນາຍົກລັດຖະມົນຕີ ພ້ອມກັບຄະນະໄດ້ກົ້ມຫົວໄຫວ້ອາໄລ, ສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງທີ່ມີຕໍ່ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງລຸ້ນພໍ່ລຸ້ນອ້າຍເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ໂຮມປະເທດຊາດເປັນເອກະພາບ, ເພື່ອເອກະລາດ, ຄວາມເສລີພາບຂອງປະເທດຊາດ. ບັນດານັກຮົບວິລະຊົນຍາມໃດກໍ່ແມ່ນແບບຢ່າງດີເດັ່ນໃຫ້ແກ່ນ້ຳໃຈຮັກຊາດ, ເຈດຈຳນົງອົງອາດກ້າແກ່ນ, ອຸທິດສ່ວນ, ເສຍສະຫຼະເພື່ອອຸດົມການເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ. ທ່ານນາຍົກລັດຖະມົນຕີ ແລະ ບັນດາການນຳໃນຄະນະໝັ້ນໝາຍວ່າຈະອອກແຮງຝຶກຝົນຫຼໍ່ຫຼອມ, ສູ້ຊົນ, ສາມັກຄີເປັນຈິດໜຶ່ງໃຈດຽວສ້າງສາປະເທດຊາດໃຫ້ຮຸ່ງເຮືອງເຂັ້ມແຂງ, ວັດທະນາຖາວອນ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບອີ່ມໜຳສຳລານ, ມີຄວາມຜາສຸກ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມບັນດາຄອບຄົວເປົ້າໝາຍນະໂຍບາຍຢູ່ນະຄອນ ຮ່າຕິ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ