ບົດ​ບາດ​ຊີ​້​ນຳ​ນຳ​ພາ​ຂອງ​ພັກ​ມີ​ລັກ​ສະ​ນະ​ຕັດ​ສິນ​ສຳ​ລັບ​ທຸກ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ ຫວຽດ​ນາມ

(VOVWORLD) -  ເມື່ອຕອບສຳພາດຕໍ່ນັກນັກຂ່າວສານ ຫວຽດນາມ, ທ່ານ Salah Adly Abdelhafiz ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ອີຢິບ ເນັ້ນໜັກວ່າ ພັກກອມມູນິດ ຫວຽດນາມ ສວມບົດບາດຊີ້ນຳນຳພາທີ່ມີລັກສະນະຕັດສິນທຸກໄຊຊະນະຂອງການປະຕິວັດ ຫວຽດນາມ ໃນຕະຫຼອດເກືອບ 1 ທົດສະວັດຜ່ານມາ.
ບົດ​ບາດ​ຊີ​້​ນຳ​ນຳ​ພາ​ຂອງ​ພັກ​ມີ​ລັກ​ສະ​ນະ​ຕັດ​ສິນ​ສຳ​ລັບ​ທຸກ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ ຫວຽດ​ນາມ - ảnh 1 ທ່ານ Salah Adly Abdelhafiz ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ອີຢິບ
(ພາບ: TTXVN)

 ເມື່ອກ້າວເຂົ້າສູ່ສັງກາດໃໝ່ - ສັງກາດບຸກບືນຂອງຊາດ, ບົດບາດນຳພາຂອງພັກກອມມູນິດ ຫວຽດນາມ ຕ້ອງສືບຕໍ່ໄດ້ຮັບການເສີມຂະຫຍາຍບົນພື້ນຖານສ້າງພັກປອດໃສ, ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ, ຍົກສູງກຳລັງຄວາມສາມາດຊີ້ນຳນຳພາ, ກຳລັງຕໍ່ສູ້ ແລະ ຜົນປະໂຫຍດຂອງປະຊາຊົນຈະສືບຕໍ່ແມ່ນປັດໄຈຕັດສິນເພື່ອໃຫ້ພັກຊີ້ນຳນຳພາ ຫວຽດນາມ ພັດທະນາຢ່າງວ່ອງໄວ, ຍືນຍົງ ແລະ ຢັ້ງຢືນທີ່ຕັ້ງບົດບາດອັນສົມກຽດໃນເວທີສາກົນ.

        ກ່ຽວກັບຄວາມໝາຍຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ທ່ານເລຂາທິການໃຫຍ່ພັກກອມມູນິດ ອີຢິບ ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ມີຄວາມໝາຍແກ່ນສານໃນການກຳນົດວິໄສທັດ, ເປົ້າໝາຍ ແລະ ບັນດາບຸກທະລຸຍຸດທະສາດໃຫ້ແກ່ໄລຍະພັດທະນາໃໝ່, ມຸ່ງໄປເຖິງບັນດາຂີດໝາຍສຳຄັນຮອດປີ 2030 ແລະ ວິໄສທັດຮອດປີ 2045; ຢັ້ງຢືນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ຍົກລະດັບທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ໃນເວທີສາກົນ, ການພັດທະນາປະເທດຊາດຕ້ອງຕິດພັນກັບການປົກປັກຮັກສາອະທິປະໄຕ, ຜົນປະໂຫຍດຂອງຊາດຢ່າງໝັ້ນຄົງໜັກແໜ້ນ.  

ຕອບກັບ

ຂ່າວ/ບົດ​ອື່ນ