ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕັດແຖບຜ້າເປີດທ່າກ່ຳປັ່ນ container ສາກົນ ຫາຍຟ່ອງ

(VOVWORLD) - ຕອນບ່າຍວັນທີ 13 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີ ແລະ ຕັດແຖບຜ້າເປີດທ່າກ່ຳປັ່ນ container ສາກົນ ຫາຍຟ່ອງ (HICT).
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕັດແຖບຜ້າເປີດທ່າກ່ຳປັ່ນ container ສາກົນ ຫາຍຟ່ອງ - ảnh 1ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕັດແຖບຜ້າເປີດທ່າກ່ຳປັ່ນ container ສາກົນ ຫາຍຟ່ອງ

 ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີບໍລິສັດທ່າກ່ຳປັ່ນ container ສາກົນ ຫາຍຟ່ອງ ຈຳກັດ ມີມາດຕະການຫັນເປັນທັນສະໄໝໃນການຈັດຕັ້ງການຜະລິດ, ການມອບ-ຮັບສິນຄ້າ, ຮັບໃຊ້ບັນດາບໍລິສັດກ່ຳປັ່ນ, ຮັບໃຊ້ລູກຄ້ານຳເຂົ້າ - ສົ່ງອອກດ້ວຍຄຸນນະພາບສູງ. ພ້ອມກັນນັ້ນ ແມ່ນຈັດຕັ້ງການບໍລິການ logistic ເປັນຢ່າງດີ ແລະ ມີປະສິດທິຜົນ ເພື່ອຫລຸດຜ່ອນລາຍຈ່າຍໃນການຂົນສົ່ງທາງທະເລ, ຜ່ານນັ້ນ ຫລຸດຜ່ອນລາຍຈ່າຍ logistic ໃຫ້ວິສາຫະກິດ. ບໍລິສັດທ່າກ່ຳປັ່ນ container ສາກົນ ຫາຍຟ່ອງ ຈຳກັດ ກໍຄວນກໍ່ສ້າງເພື່ອກາຍເປັນທ່າກ່ຳປັ່ນທັນສະໄໝ, ຫັນເປັນເອເລັກໂຕນິກ, ໝູນໃຊ້ຜົນງານຂອງການປະຕິວັດອຸດສາຫະກຳ 4.0 ເຂົ້າໃນການເຄື່ອນໄຫວ.

        ເນື່ອງໃນໂອກາດນີ້, ຕາງໜ້າລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍສະແດງຄວາມຂອບອົກຂອບໃຈລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ທີ່ໄດ້ສະໜັບສະໜູນ ແລະ ຮ່ວມມືຢ່າງແໜ້ນແຟ້ນ, ສ້າງທຸກເງື່ອນໄຂສະດວກໃຫ້ແກ່ໂຄງການ, ປະກອບສ່ວນຢັ້ງຢືນນ້ຳໃຈມິດຕະພາບ ແລະ ການພົວພັນຮ່ວມມືສາກົນແບບຍືນຍົນລະຫວ່າງ ຫວຽດນາມ - ຍີ່ປຸ່ນ.


ຕອບກັບ

ຂ່າວ/ບົດ​ອື່ນ