ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ພົບປະເຈລະຈາກັບ ນາຍົກລັດຖະມົນຕີ ໂຮນລັງ Mark Rutte

(VOVWORLD) -  ທີ່ການພົບປະເຈລະຈາ, ຜູ້ນຳສອງທ່ານ ໄດ້ແຈ້ງໃຫ້ກັນຊາບສະພາບເສດຖະກິດ - ສັງຄົມ ແລະ ການທູດ ຂອງ ແຕ່ລະປະເທດ; ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມືໃນບັນດາຂົງເຂດບຸລິມະສິດຄື ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງນ້ຳ

ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ພົບປະເຈລະຈາກັບ ນາຍົກລັດຖະມົນຕີ ໂຮນລັງ Mark Rutte - ảnh 1ທ່ານ ຫງວຽນຊວນຟູ໋ກ ແລະ ທ່ານ Mark Rutte 

(ພາບ: ສຳນັກຂ່າວສານ ຫວຽດນາມ)

ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ແລະ ພັນລະຍາ ພ້ອມກັບ ຄະນະຜູ້ແທນຂັ້ນສູງ ລັດຖະບານ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ລາຊະອານາຈັກ ໂຮນລັງ ແຕ່ວັນທີ 8 – 11/7/2017 ຕາມຄຳເຊີນຂອງ ທ່ານ Mark Rutte ນາຍົກລັດຖະມົນຕີ ລາຊະອານາຈັກ ໂຮນລັງ. ພິທີຕ້ອນຮັບ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ໄດ້ຈັດຕັ້ງຢ່າງສົມກຽດໃນຕອນຄ່ຳວັນທີ 10/7 (ຕາມເວລາທ້ອງຖິ່ນ) ຢູ່ວີນລາ ຂອງ ທ່ານ Mark Rutte ນາຍົກລັດຖະມົນຕີ ຢູ່ La Haye, ໂຮນລັງ. ພາຍຫຼັງພິທີຕ້ອນຮັບ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ແລະ ທ່ານ ນາຍົກລັດຖະມົນຕີ Mark Rutte ໄດ້ດຳເນີນການພົບປະເຈລະຈາ. ທີ່ການພົບປະເຈລະຈາ, ຜູ້ນຳສອງທ່ານ ໄດ້ແຈ້ງໃຫ້ກັນຊາບສະພາບເສດຖະກິດ - ສັງຄົມ ແລະ ການທູດ ຂອງ ແຕ່ລະປະເທດ; ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມືໃນບັນດາຂົງເຂດບຸລິມະສິດຄື ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງນ້ຳ, ກະສິກຳ, ນ້ຳມັນອາຍແກັສ, ບໍລິການພະລາທິການ, ທ່າກ່ຳປັ່ນທະເລ.

        ກ່ຽວກັບດ້ານເສດຖະກິດ, ຜູ້ນຳສອງທ່ານ ຕີລາຄາສູງເລື່ອງ ຫວຽດນາມ ແລະ ໂຮນລັງ ໄດ້ກາຍເປັນຄູ່ຮ່ວມມືສຳຄັນຂອງກັນເມື່ອ ໂຮນລັງ ແມ່ນຄູ່ຮ່ວມມືການຄ້າເອີລົບໃຫຍ່ອັນດັບສອງ ຂອງ ຫວຽດນາມ (ວົງເງິນສອງຝ່າຍປີ 2016 ບັນລຸ 6.7 ຕື້ ໂດລາສະຫະລັດ) ແລະ ແມ່ນນັກລົງທຶນເອີລົບໃຫຍ່ກວ່າໝູ່ ຢູ່ ຫວຽດນາມໃນປະຈຸບັນ (ຍອດຈຳນວນເງິນລົງທຶນໂດຍກົງຈາກຕ່າງປະເທດ - FDI ຈົດທະບຽນບັນລຸ 7.7 ຕື້ ໂດລາສະຫະລັດ); ເຫັນດີເປັນເອກະສັນນຳກັນວ່າສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນພັດທະນາການຮ່ວມມືຫຼາຍຢ່າງ.

ເມື່ອແລກປ່ຽນກັບການນຳສະຫະພັນວິສາຫະກິດເອີລົບ - ອາຊຽນ (EABA), ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຢືນຢັນວ່າ ລັດຖະບານ ຫວຽດນາມ ຍາມໃດສ້າງເງື່ອນໄຂສະດ້ວຍໃຫ້ບັນດາ ວິສາຫະກິດ ເອີລົບ ລົງທຶນເຂົ້າ ຫວຽດນາມ ໃນຂົງເຂດພື້ນຖານໂຄງລ່າງ, ອຸດສາຫະກຳສຳຮອງ, ເຕັກໂນໂລຢີສູງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານທົດແທນໃໝ່ ແລະ ສິ່ງແວດລ້ອມ. ທ່ານ ນາຍົກລັດຖະມົນຕີ ສະເໜີ ສະຫະພັນວິສາຫະກິດເອີລົບ - ອາຊຽນຍາດແຍ່ງບັນດາກາລະໂອກາດເຊິ່ງສັນຍາການຄ້າເສລີ ຫວຽດນາມ - ເອີລົບ ນຳມາໃຫ້ເມື່ອໃດ້ຮັບການລົງນາມ ແລະ ມີຜົນສັກສິດເພື່ອຊຸກຍູ້ບັນດາວິສາຫະກິດ ເອີລົບ ເພີ່ມທະວີການລົງທຶນ ແລະ ດຳເນີນທຸລະກິດ ຢູ່ ຫວຽດນາມ, ສຳຜັດກັບຕະຫຼາດ ອາຊີ - ປາຊີຟິກ.

        ທີ່ການຕ້ອນຮັບ ຄະນະການນຳຫ້ອງການການຄ້າ ໂຮນລັງ - ຫວຽດນາມ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟູ໋ກ ຢືນຢັນວ່າ ການລົງນາມ ແລະ ຜັນຂະຫຍາຍ ສັນຍາການຄ້າເສລີ ຫວຽດນາມ - ເອີລົບ (EVFTA) ຈະມີຜົນກະທົບຢ່າງແຮງເຖິງການພົວພັນດ້ານການຄ້າ, ການລົງທຶນ ຫວຽດນາມ - ໂຮນລັງ; ສະເໜີ ຫ້ອງການການຄ້າ ຮົນລັງ - ຫວຽດນາມ ພ້ອມກັບ ປະຊາຄົມວິສາຫະກິດ ໂຮນລັງ ຊຸກຍູ້ການລົງນາມ ແລະ ຜັນຂະຫຍາຍ EVFTA ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ