ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມໂຮງງານປະກອບລົດໂອໂຕຢູ່ນິງບິ່ງ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມໂຮງງານປະກອບລົດໂອໂຕຢູ່ນິງບິ່ງ - ảnh 1
(ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ຢ້ຽມ​ຢາມ​ໂຮງ​ງານ​ປະ​ກອບ​ລົດ​ໂອ​ໂຕ​ຢູ່​ນິງ​ບິ່ງ)

(vovworld) –​ໃນ​ຂອບ​ເຂດ​ການ​ປະ​ຕິ​ບັດ​ງານ ແລະ ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ຂອງ​ແຂວງ​​ນິງບິ່ງ, ຕອນ​ເຊົ້າ​ວັນ​ທີ 7/4 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວນ​ຟຸກ ໄດ້​ໄປ​ຢ້ຽມ​ຢາມ​ໂຮງ​ງານ​ປະ​ກອບ​ລົດ​ໂອ​ໂຕ​ຂອງ​ບໍ​ລິ​ສັດ​ຫຸ້ນ​ສ່ວນ ​ກຸ່ມ​ບໍ​ລິ​ສັດ Hyundai Thanh Cong, ເຊິ່ງ​ແມ່ນຫົວ​ໜ່ວຍ​ປະ​ກອບ​ລົດ​ໂອ​ໂຕ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ຫວຽດ​ນາມ. ນະ​ທີ່ນີ້ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກຸ່ມ​ບໍ​ລິ​ສັດ​ດັ່ງ​ກ່າວ ສືບ​ຕໍ່​ໃກ້​ຊິດ​ຕິດ​ແທດ​ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ ລົດ​ໂອ​ໂຕ​ຫວຽດ​ນາມທີ່​ໄດ້​ປະ​ກາດ​ໃຊ້; ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ສາ​ກົນ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ. ພ້ອມ​ກັນ​ນັ້ນ ແມ່ນ​ການ​ຄິດ​ໄລ່​ຊັ່ງ​ຊາ ເພື່ອ​ສາ​ມາດ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ໄປ​ຍັງ​ຕະຫຼາດ​ອາ​ຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ