ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງເຮັດວຽກກັບແນວໂຮມປະເທດຊາດຫວຽດນາມ

(VOVWORLD) -ການສົມທົບກັນລະຫວ່າງສອງອົງການ ແມ່ນວຽກງານທີ່ຈຳເປັນ ເພື່ອຮັບໃຊ້ປະຊາຊົນໄດ້ດີກວ່າເກົ່າ ແລະ ເນັ້ນໜັກແນວໂຮມປະເທດຊາດຫວຽດນາມຍາມໃດກໍໃກ້ຊິດຕິດພັນກັບປະຊາຊົນ, ຮັບຟັງຄວາມປາດຖະໜາຂອງປະຊາຊົນ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ລົງເຮັດວຽກກັບແນວໂຮມປະເທດຊາດຫວຽດນາມ - ảnh 1(ພາບປະກອບ)

ລັດຖະບານຢາກຮັບຟັງການປະກອບຄຳຄິດເຫັນຈາກແນວໂຮມປະເທດຊາດຫວຽດນາມ ກ່ຽວກັບວຽກງານຄຸ້ມຄອງບໍລິຫານຂອງລັດຖະບານ ເພື່ອໃຫ້ລັດຖະບານສາມາດຮັບໃຊ້ປະຊາຊົນໄດ້ດີກວ່າເກົ່າ. ກ່າວຄຳເຫັນທີ່ການເຮັດວຽກປະຈຳປີລະຫວ່າງລັດຖະບານ ແລະ ແນວໂຮມປະເທດຊາດຫວຽດນາມ ໃນຕອນເຊົ້າວັນທີ 17 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ການສົມທົບກັນລະຫວ່າງສອງອົງການ ແມ່ນວຽກງານທີ່ຈຳເປັນ ເພື່ອຮັບໃຊ້ປະຊາຊົນໄດ້ດີກວ່າເກົ່າ ແລະ ເນັ້ນໜັກແນວໂຮມປະເທດຊາດຫວຽດນາມຍາມໃດກໍໃກ້ຊິດຕິດພັນກັບປະຊາຊົນ, ຮັບຟັງຄວາມປາດຖະໜາຂອງປະຊາຊົນ. ສະນັ້ນ, ວຽກລັດຖະບານຮັບຟັງຄຳຄິດເຫັນຂອງແນວໂຮມປະເທດຊາດຫວຽດນາມແມ່ນວຽກງານທີ່ມີຄວາມສຳຄັນຍິ່ງ. ດ້ວຍໜ້າທີ່ຕິດຕາມກວດກາຂອງຕົນ, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ແນວໂຮມປະເທດຊາດຫວຽດນາມຈະປະກອບຄຳຄິດເຫັນໃຫ້ລັດຖະບານກ່ຽວກັບທັດສະນະ, ວິທີການບໍລິຫານ ແລະ ໝາກຜົນຂອງການປະຕິບັດໜ້າທີ່ຂອງລັດຖະບານ, ພິເສດແມ່ນບັນດາບັນຫາທີ່ຍັງຄົງຄ້າງຢູ່ ເພື່ອໃຫ້ລັດຖະບານສາມາດໃກ້ຊິດ, ຕິດພັນກັບປະຊາຊົນກວ່າອີກ, ແກ້ໄຂ ແລະ ຕອບສະໜອງບັນດາຄວາມປາດຖະໜາອັນຊອບທຳຂອງປະຊາຊົນຢ່າງທັນການ.


ຕອບກັບ

ຂ່າວ/ບົດ​ອື່ນ