ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບສະມາຄົມອະດີດຄູສອນ ຫວຽດນາມ

(VOVWORLD) - ຕອນເຊົ້າວັນທີ 19 ກໍລະກົດ ທີ່ການເຮັດວຽກກັບສະມາຄົມອະດີດຄູສອນ ຫວຽດນາມ ຢູ່ ຮ່າໂນ້ຍ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບສະມາຄົມອະດີດຄູສອນ ຫວຽດນາມ - ảnh 1 ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບສະມາຄົມອະດີດຄູສອນ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕີລາຄາສູງສະມາຄົມອະດີດຄູສອນ ຫວຽດນາມ ມີບັນດາຂໍ້ລິເລີ່ມ, ຂໍ້ສະເໜີຕໍ່ກະຊວງສຶກສາ ແລະ ບຳລຸງສ້າງ, ຕໍ່ພັກ, ລັດກ່ຽວກັບການພັດທະນາການສຶກສາ, ກໍ່ສ້າງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີກະຊວງສຶກສາ ແລະ ບຳລຸງສ້າງ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນຕ່າງໆ ຈົ່ງເອົາໃຈໃສ່, ສ້າງເງື່ອນໄຂໃຫ້ການເຄື່ອນໄຫວຂອງສະມາຄົມອະດີດຄູສອນ ມີກົນໄກທີ່ເໝາະສົມ ເພື່ອຮັບຟັງບັນດາຄຳເຫັນປະກອບຂອງສະມາຄົມໃຫ້ຂະແໜງສຶກສາຫລາຍກ່ວາອີກ. ທ່ານເນັ້ນໜັກວ່າ ການສຶກສາແມ່ນລັດຖະນະໂຍບາຍແຖວໜ້າ, ທ່ານນາຍົກລັດຖະມົນຕີຖືວ່າ: ເພື່ອໃຫ້ສັງຄົມພັດທະນາ ຕ້ອງເອົາໃຈໃສ່ເຖິງການສຶກສາ, ພິເສດແມ່ນຖັນແຖວຄູອາຈານ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ສະມາຄົມອະດີດຄູສອນ ຫວຽດນາມ ຈົ່ງເຂົ້າຮ່ວມຢ່າງຕັ້ງໜ້າກ່ວາອີກ ເຂົ້າໃນພາລະກິດປ່ຽນແປງໃໝ່ການສຶກສາຂອງ ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ