ນາຍົກລັດຖະມົນຕີ ຫງວຽນຊວນຟຸກເຂົ້າຮ່ວມເວທີປາໄສພັດທະນາຫວຽດນາມ 2017

(VOVWORLD) -ວັນທີ 13 ທັນວາ, ເວທີປາໄສພັດທະນາຫວຽດນາມ 2017  (VDF 2017) ໄດ້ດຳເນີນຢູ່ ຮ່າໂນ້ຍ ດ້ວຍຫົວຂໍ້ “ເພີ່ມສະມັດຕະພາບ - ໄມ້ງັດໃຫ້ແກ່ການພັດທະນາແບບຍືນຍົງ”. ເວທີປາໄສມີການເຂົ້າຮ່ວມຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກເຂົ້າຮ່ວມເວທີປາໄສພັດທະນາຫວຽດນາມ 2017 - ảnh 1

ທານນາຍົກລັດຖະມົນຕີຫວຽດນາມເຂົ້າຮ່ວມVDF21017

ພາບ:TTXVN

     ທີ່ເວທີປາໄສ, ບັນດາຜູ້ຊ່ຽວຊານຢູ່ ພາຍໃນ ແລະ ຕ່າງປະເທດ ໄດ້ຍົກອອກ ບັນດາຄຳໄຈ້ແຍກກ່ຽວກັບສະພາບການ ແລະ ບັນດາສິ່ງ ກີດຂວາງ ໃຫ້ແກ່ການເພີ່ມສະມັດຕະພາບ ຢູ່ ຫວຽດນາມ ຈາກນັ້ນ ວາງອອກ ບັນດາມາດຕະການລະອຽດ ເພື່ອຊຸກຍູ້ສະມັດຕະພາບ, ແມ່ນ ຫນຶ່ງໃນ ບັນດາມາດຕະການຍາວນານໃຫ້ແກ່ຫວຽດນາມ ພັດທະນາ, ຜ່ານຜ່າ ສະພາບເປັນປະເທດມີລາຍຮັບປານກາງ ແລະ ທັນກັບບັນດາ ພື້ນຖານເສດຖະກິດພັດທະນາໃນໄລຍະຈະມາເຖິງ ເມື່ອບັນດາປັດໄຈ ກ່ອນນີ້ ສວມບົດບາດກຳລັງຫນູນໃຫ້ແກ່ການເຕີບໂຕ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ : ໃນສະພາວະຫັນເປັນໂລກາພິວັດ, ການປົວແປງສະມັດຕະພາບ ບໍ່ພຽງແຕ່ເປັນການຍົກສູງສະມັດຕະພາບຂອງຜູ້ອອກແຮງງານເທົ່ານັ້ນ, ຫາກຍັງແມ່ນການຍົກສູງປະສິດທິຜົນການນຳໃຊ້ແຫຼ່ງທຶນ, ສະມັດຕະພາບທາງດ້ານທຶນຮອນ ແລະ ສຳຄັນກ່ວາໝູ່ ແມ່ນຕ້ອງຍົກສູງສະມັດຕະພາບບັນດາປັດໄຈສັງລວມ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ : 

    “ຍົກສູງສະມັດທະພາບບັນດາປັດໄຈສັງລວມແມ່ນໜ້າທີ່ພວມໄດ້ຮັບຄວາມເອົາໃຈໃສ່ຈາກລັດຖະບານ ດ້ວຍການເພີ່ມທະວີການລົງທຶນໃຫ້ແກ່ຂົງເຂດວິທະຍາສາດ, ການນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າ, ເພີ່ມຄາດໝາຍໃຫ້ແກ່ການຄົ້ນຄ້ວາ ແລະ ພັດທະນາ, ລົງທຶນໃຫ້ແກ່ພື້ນຖານໂຄງລ່າງ, ຊຸກຍູ້ການປະຕິຮູບລະບອບລະບຽບການ, ກົດໝາຍ, ຍົດສູງຄວາມສາມາດຄຸ້ມຄອງລັດ, ປົວແປງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຍາດແຍ່ງໂອກາດທີ່ໄດ້ມາຈາກການປະຕິວັດອຸດສາຫະກຳ 4.0 ເພື່ອພັດທະນາເສດຖະກິດເທື່ອລະກ້າວ.” 

ຕອບກັບ

ຂ່າວ/ບົດ​ອື່ນ