ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ອວຍພອນປີໃໝ່ບັນດາອະດີດການນຳພັກ, ລັດ


ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ອວຍພອນປີໃໝ່ບັນດາອະດີດການນຳພັກ, ລັດ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ
ອວຍພອນປີ​ໃໝ່ທ່ານ​ ​ໂດ້​ເມື່ອຍ, ອະດີ​​ດເລຂາທິການ​ໃຫຍ່
(ພາບ: nguyentandung.org)

(vovworld) - ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ, ຕອນ​ເຊົ້າ​ວັນ​ທີ 02/02, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ໄປຢ້ຽມຢາມ ​ແລະ ​ອວຍພອນທ່ານ​ ​ໂດ້​ເມື່ອຍ ອະດີ​​ດເລຂາທິການ​ໃຫຍ່, ທ່ານ ​ເລ​ດຶກ​​​ແອ​ງ ອະດີດ​ປະທານ​ປະ​ເທດ ​ແລະ ທ່ານ​ພົນ​ເອກ ຫວໍ​ຫງວຽນ​ຢ໋າ​ບ. ບັນດາ​ອະດີ​ດການ​ນຳ​ພັກ, ລັດ ​ໄດ້​ຕີ​ລາ​ຂາ​ສູງ​ວຽກ​ງານ​ຊີ້​ນຳ, ບໍລິຫານ​​ຂອງ​ລັດຖະບານ​ໃນ​ປີ 2012 ​ແມ່ນ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ​ປະກອບສ່ວນ​ເຂົ້າ​ໃນ​ຜົນ​ສຳ​​ເລັດ​ຢ່າງຮອບດ້ານ​ເຊິ່ງທົ່ວ​ພັກ, ທົ່ວກອງທັບ ​ແລະ ທົ່ວ​ປວງ​ຊົນ​ບັນລຸ​ໄດ້​ ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ, ຮັບປະກັນປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ຊາດ; ຫວັງ​ວ່າ ລັດຖະບານ​ຈະ​ມານະ​ພະຍາຍ​າມກວ່າ​ອີກ​ໃນ​ວຽກ​ງານ​ຊີ້​ນຳ, ບໍລິຫານ​; ສືບ​ຕໍ່​ນຳ​ປະ​ເທດ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ. ທ່ານ​ນາຍົກລັດຖະມົ​ນຕີ ຫງວຽນ​ເຕີນ​ຢຸງ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ພ້ອມ​ກັບ​ໝູ່​ຄະນະ​ລັດຖະບານ​ສືບ​ຕໍ່​ມານະ​ພະຍາຍາມ, ສູ້​ຊົນ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້; ​ແກ້​ໄຂ​ຄວາມ​ຈຳກັດ, ອ່ອນ​ດ້​ອຍ; ຍົກ​ສູງ​ປະສິດທິພາບ, ປະສິດທິ​ຜົນ​ໃນ​ວຽກ​ງາ​ນຊີ້​ນຳ​ບໍລິຫານ​ຢ່າງ​ບໍ່​ຢຸດ​ຢັ້ງ.


ຂ່າວ/ບົດ​ອື່ນ