ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການເປີດກ້ວາງທາງຫຼວງ 1A

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການເປີດກ້ວາງທາງຫຼວງ 1A - ảnh 1

ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເຂົ້າ​ຮ່ວມ​ພິທີ​ເລີ​່ມລົງມື​ກໍ່ສ້າງ​​ໂຄງການເປີດ​ກ້ວາງ​ທາງ​ຫຼວງ 1A

(vovworld) – ຕອນ​ເຊົ້າ​ວັນ​ທີ 26/3, ຢູ່​ແຂວງ ​ເງ້ອານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ໄດ້​ເຂົ້າ​ຮ່ວມ ​ແລະ ອອກ​ຄຳ​ສັ່ງເລີ່​ມລົງມື​ກໍ່ສ້າງ​​ໂຄງການ​ເປີ​ກ້ວາງທາງ​ຫຼວງ 1A ຕອນ​ແຕ່ ​ງີ​ເຊີນ, ​​ແຂວງ​ແທງ​ຮ໋ວາ ຮອດ ​ເກົ່າຢາດ, ​​ແຂວງ ​ເງ້ອານ​ ດ້ວຍຍາວ​ເກືອບ 34 ກມ ລວມມູນ​ຄ່າກ່ວາ 3.600 ຕື້​ດົ່ງ, ​ທາງ​ຫຼວງ 1A ຂຶ້ນ ​ລວມມີ 4 ​ແລວ​ສຳລັບ​ລົດ​ໃຫຍ່, 2 ​ແລວ​ສຳລັບ​ລົດຈັກ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເໜີ​ໃຫ້​ເຈົ້າ​ຂອງ​ລົງທຶນ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຜັນ​ຂະຫຍາຍ​ໂຄງການ​ດ້ວຍ​ຄຸນ​ນະພາ​ບສູງ. ທ່ານ​ນາຍົກລັດຖະມົນຕີກໍ່ຮຽກ​ຮ້ອງ​ໃຫ້​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ, ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ບັນດາ​ແຂວງ, ນະຄອນ ທີ່​ມີ​ເສັ້ນທາງ 1A ​.​.​..​ ສຸມ​ໃສ່​ປະຕິບັດ​ສຳ​​ເລັດ​ວຽກ​ງານ​ບຸກ​ເບີກ​ໜ້າ​ພຽງ​, ສູ້​ຊົນ​ຮອດ​ທ້າຍ​ປີ 2015 ຈະ​ກໍ່ສ້າງ​ສຳ​ເລັດ ​ແລະ ນຳ​ເຂົ້າ​​ໃຊ້ການ.

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ໄປ​ກວດກາ​ຄວາມ​ຄືບ​ໜ້າ, ລະດົມ​ກຳລັງ​ໃຈ​ພະນັກງານ, ນັກວິ​ສາວະ​ກອນ, ກຳມະກອນ​ຜູ້​ອອກ​ແຮງ​ງານທີ່​ພວມ​ຜັນ​ຂະຫຍາຍ​ໂຄງການ​ເປີດ​ກ້ວາງ​ເສັ້ນທາງ​ຫຼວງ 1A ຕອນ​​​ແບ​໋ນຖູ​ຍ​​ໃຕ້ (Ben Thuy), ນະຄອນ ຮ່າ​ຕິ້ງ. ​ແລະ ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ໄປ​ຢ້ຽມຢາມ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ ​ຈວງ​ບົນ (Chuong Bon) ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ ຊາວ​ໜຸ່ມ​ຕະລຸມ​ບອນ​ 13 ຄົນ ​ທີ່ໄດ້​ເສຍສະຫຼະ​ຊີວິດ​ຢູ່​ທີ່​ນີ້ ​ແລະ ກວດກາ​ຄວາມ​ຄືບ​ໜ້າ​ຂຶງ​ໂຄງການ​ລົງທຶນ​ກໍ່ສ້າງ​ອະນຸລັກ​ຮັກສາ, ປູ​ລະນະ​ປະຕິສັງຂອນ​ເຂດ​ປູ​ຊະນີ​ຍະສະ​ຖານ​ປະຫວັດສາດ​ດັ່ງກ່າວ.

 


ຂ່າວ/ບົດ​ອື່ນ