ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຮັດວຽກກັບການນຳແຂວງ ລາຍເຈົາ

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຮັດວຽກກັບການນຳແຂວງ ລາຍເຈົາ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ

(vovworld) –ຕອນ​ບ່າຍ​ວັນທີ 29/7, ຢູ່​ສຳນັກງານ​ລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ມີ​ການ​ເຮັ​ດວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ ລາຍ​ເຈົາ ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, , ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຖື​ວ່າ: ກ່ອນ​ອື່ນ​ໝົດ, ການ​ນຳ​ແຂວງ​ລາຍ​ເຈົາ ຄວນ​ຂະຫຍັນ​ຂັນ​ເຄື່ອນ, ​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ ທ່າ​ແຮງ​ກ່ຽວ​ກັບ​ການ​ພັດທະນາ​ກະສິກຳ, ປ່າ​ໄມ້.​​..​.​ ທ່ານນາຍົກລັດຖະມົນຕີ ກໍ່​ຮຽກຮ້ອງ​ໃຫ້​ແຂວງ ລາຍ​ເຈົາ ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ໄຟຟ້າ​ນ້ຳຕົກ - ຂະ​ແໜງ​ເສດຖະກິດ​ທີ່​ເປັນກຳລັງໜູນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ ລາຍ​ເຈົາ ​ເວົ້າ​ສະ​ເພາະ ​ແລະ ຂອງ​ທົ່ວ​​ເຂດ​ເວົ້າ​ລວມ. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ກໍ່ຕັກ​ເຕືອນ​ແຂວງ ລາຍ​ເຈົາ ​ເອົາ​ໃຈ​ໃສ່​ລົງທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ພິ​ເສດ​ແມ່ນ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ​ໄຟຟ້າ.​​.​. ​ເພື່ອ​ສ້າງ​ກຳລັງ​ໜູນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂ​ອງທ້ອງ​ຖີ່​ນ. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເໜີ​ໃຫ້​ແຂວງ ລາຍ​ເຈົາ ສຸມ​ແຫຼ່ງກຳລັງ​ປະຕິບັດ​​ບັນດາ​ມາດ​ຕະການ​ຫລຸດຜ່ອນ​ຄວາມທຸກ​ຍາກຢ່າງຄົບ​ຊຸດ, ມີ​ປະສິດທິ​ຜົນ​ຕາມ​ທິດວ່ອງ​ໄວ ​ແລະ ໝັ້ນຄົງ​ກໍ່​ຄື​ປະຕິບັດ​ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ​ຄື​ສອນ​ວິຊາ​ຊີບ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ​ທ້ອງ​ຖີ່​ນ​ເປັນ​ຢ່າງ​ດີ. ທ່ານ​ນາຍົກລັດຖະມົນຕີຢືນຢັນ​ວ່າ: ຍາມ​ໃດ​ລັດຖະບານ​ກໍ່​ເອົາ​​ໃຈ​ໃສ່ ​ແລ​ະ ໜູນ​ຊ່ວຍ ລາຍ​ເຈົາ ບື່ນຕົວ​ຂຶ້ນ, ຮັດ​ແຄບ​ຊ່ອງ​ຫວ່າງ​ພັດ​ທະ​ນາ​ກັບ​ບັນດາ​ທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ​ເທື່ອ​ລະ​ກ້າວ.

ຂ່າວ/ບົດ​ອື່ນ