ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Fukyda Yasuo

(VOVWORLD) - ວັນທີ 17 ທັນວາ, ຢູ່ນະຄອນຫຼວງ ໂຕກຽວ, ໃນຂອບເຂດການເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ອາຊຽນ - ຍີ່ປຸ່ນ ຄົບຮອບ 50 ປີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Fukuda Yasuo.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Fukyda Yasuo - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Fukuda Yasuo (ພາບ: VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງນ້ຳໃຈພິເສດ ແລະ ການປະກອບສ່ວນຢ່າງໃຫຍ່ຫຼວງ ເຊິ່ງທ່ານອະດີດນາຍົກລັດຖະມົນຕີ Fukuda Yasuo ໄດ້ມີຕໍ່ການພົວພັນຮ່ວມມືມິດຕະພາບ ຫວຽດນາມ - ຍີ່ປຸ່ນ; ພ້ອມດຽວກັນນັ້ນ, ກໍສະເໜີໃຫ້ທ່ານອະດີດນາຍົກລັດຖະມົນຕີ Fukuda Yasuo ສືບຕໍ່ສະໜັບສະໜູນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍເຊີນທ່ານອະດີດນາຍົກລັດຖະມົນຕີ Fukuda Yasuo ມາຢ້ຽມຢາມ ຫວຽດນາມ ອີກຄັ້ງ.

ສ່ວນທ່ານອະດີດນາຍົກລັດຖະມົນຕີ Fukuda Yasuo ຖືວ່າ ໃນການໄປປະຕິບັດງານ, ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ອາຊຽນ - ຍີ່ປຸ່ນ ຄົບຮອບ 50 ປີ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເປີດໄລຍະພັດທະນາໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຍີ່ປຸ່ນ ກັບພາກພື້ນ ອາຊຽນ, ໃນນັ້ນ ມີ ຫວຽດນາມ. ທ່ານອະດີດນາຍົກລັດຖະມົນຕີ Fukuda Yasuo ຕີລາຄາສູງບົດບາດ ແລະ ບັນດາການປະກອບສ່ວນທີ່ສຳຄັນຂອງ ຫວຽດນາມ ຢູ່ ພາກພື້ນ ແລະ ສາກົນ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ໃຫ້ການຕ້ອນຮັບຜູ້ວ່າການບັນດາແຂວງ: Aichi, Tochigi, Niigata, Kanagawa ແລະ Yamanashi ຂອງ ຍີ່ປຸ່ນອີກດ້ວຍ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ