ນາຍົກລັດຖະມົນຕີ ຫວຽນເຕີນຢຸງ ຕ້ອນຮັບຄະນະປະຈຳສະພາບໍລິຫານງານສະມາ ຄົມພຸດທະສາສະໜາ

ນາຍົກລັດຖະມົນຕີ ຫວຽນເຕີນຢຸງ ຕ້ອນຮັບຄະນະປະຈຳສະພາບໍລິຫານງານສະມາ ຄົມພຸດທະສາສະໜາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ
ຕ້ອນຮັບພະ​ມະຫາ​ອາຈານ ທິ໋ກ​ເຈີ​ນທ້ຽນ
(ພາບ: chinhphu.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 25/12, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸ້ງ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ ຄະນະ​ປະຈຳ​ສະພາ​ບໍລິຫານ​ງານ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ​ໂດຍ​ພະ​ມະຫາ​ອາຈານ ທິ໋ກ​ເຈີ​ນທ້ຽນ, ຮອງ​ປະທານ​ປະຈຳສະພາ​ບໍລິຫານ​ງານ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ, ນຳ​ໜ້າ. ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ອວຍພອນຜົນ​ສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນພຸດທະສາສະໜາທົ່ວ​ປະ​ເທດ​ຄັ້ງ​ທີ 7 ອາຍຸ​ການ 2012 – 2017​​, ​ທ່ານ​ນາຍົກລັດຖະມົນຕີ ເນັ້ນ​ໜັກ​ວ່າ, ກອງ​ປະຊຸມ​ໃຫຍ່​ສະ​ແດງ​​ໃຫ້​ເຫັນຄວາມ​ສາມັກຄີ​ຂອງ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ, ກໍ​ຄື​ການ​ຮ່ວມ​​ແຮງ​ຮ່ວມ​ໃຈ​ພ້ອມ​ກັບປະ​ເທດ​ຊາດ​ ​ຂອງ​ພຸດທະ​ສາສະໜາ​ຫວຽ​ດນາມ. ທ່ານ​ນາຍົກລັດຖະມົນຕີ ຫວັງ​ວ່າ ຍາມ​ໃດສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ກໍ​ເສີມ​ຂະຫຍາຍ​ຈິດ​ໃຈ​ສາມັກຄີ, ມູນ​ເຊື້ອ​ອັນ​ດີງາມ​ຂອງ​ພຸດທະ​ສາສະໜາ​ຫວຽດນາມ; ສື​ບຕໍ່ມີ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ ຫວຽດນາມ ສັງຄົມ​ນິຍົມ. ທ່ານ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ: ຍາມ​ໃດພັກ, ລັດ ກໍ​ສະ​ໜັບສະ​ໜູນ ​ແລະ ​ເຄົາລົບສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະໜາ, ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ສາສະໜາ​ເຄື່ອນ​ໄຫວ​ຢ່າງ​ດີງາມ​ພາຍ​ໃຕ້​ກອບກົດໝາຍ... ສ່ວນ​ພະ​ມະຫາ​ອາຈານ ທິ໋ກ​ເຈີນທ້ຽນ ຢືນຢັນ​ວ່າ, ຍາມ​ໃດສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ ກໍ​ພ້ອມ​ກັບ​ປະ​ເທດ​ຊາດ, ຢູ່​ໃນ​ສິນ​ກິນ​ໃນ​ທຳ ​ເພື່ອ​ສາສະໜາ, ເພື່ອ​ຊາດ​ ​ແລະ ​ເພື່ອ​ລັດທິ​ສັງ​ຄົມ​ນິຍົມ.

ຂ່າວ/ບົດ​ອື່ນ