ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ຈະປະ​ກ​າດ​ວັນ​ເວ​ລາ ລາ​ອອກ​ຈ​າກ​ຕຳ​ແໜ່ງ​ໃນ​ຕົ້ນ​ເດືອນ ມິ​ຖຸ​ນາຈະ​ມາ​ເຖິງ

(VOVWORLD) - ທ່ານນາງ Theresa May  ຕັດສິນໃຈຮັບປະກັນວິວັດການຖອນຕົວອອກຈາກ EU ຂອງພວກຂ້າພະເຈົ້າ ແລະ ການອຸທິດສ່ວນຄວາມມານະພະຍາຍາມ ຂອງທ່ານນາງເພື່ອຮັບປະກັນວ່າ ການປ່ອນບັດຄັ້ງທີ 2 ກ່ຽວກັບຮ່າງຂໍ້ຕົກລົງ ເລື່ອນເວລາໃນວັນທີ 3 ຂອງ ອາທິດທຳອິດ ເດືອນ ມິຖຸນາ ປີ 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ຈະປະ​ກ​າດ​ວັນ​ເວ​ລາ ລາ​ອອກ​ຈ​າກ​ຕຳ​ແໜ່ງ​ໃນ​ຕົ້ນ​ເດືອນ ມິ​ຖຸ​ນາຈະ​ມາ​ເຖິງ - ảnh 1 ທ່ານນາງ Theresa May  ນາຍົກລັດຖະມົນຕີ ອັງກິດ (ພາບ: THX/TTXVN)

ຄາດວ່າ ທ່ານນາງ Theresa May  ນາຍົກລັດຖະມົນຕີ ອັງກິດ ຈະ ປະກາດວັນເວລາລາອອກຈາກຕຳແໜ່ງໃນຕົ້ນເດືອນ ມິຖຸນາ ຈະມາເຖິງ, ພາຍຫຼັງບັນດາຄວາມມານະພະຍາຍາມສຸດທ້າຍເພື່ອ ເກ້ຍກ່ອມ ສະພາແຫ່ງຊາດ ອັງກິດ ຮັບຮອງເອົາຂໍ້ຕົກລົງກ່ຽວກັບເລື່ອງອັງກິດຈະຖອນຕົວອອກຈາກ ສະຫະພາບ ເອີລົບ (EU) - ຫຼືເອີ້ນວ່າ Brexit. ຖະແຫຼງການພາຍຫຼັງມີການປະຊຸມກັບທ່ານນາງ Theresa May , ທ່ານ Graham Brady ປະທານຄະນະກຳມະການ 1922, ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າໄດ້ເຫັນດີເປັນເອກະພາບວ່າ ຂ້າພະເຈົ້າ ກັບ ທ່ານນາງ Theresa May  ຈະມີການປະຊຸມຄືນໃໝ່ພາຍຫຼັງການປ່ອນບັດຄັ້ງທີ 2 ກ່ຽວກັບຮ່າງຂໍ້ຕົກລົງເພື່ອເຫັນດີເປັນເອກະພາບຕາຕະລາງດຳເນີນການເລືອກຕັ້ງການນຳຜູ້ໃໝ່ຂອງພັກນິຍົມຮັກສາເດີມ ແລະ ເປັນເອກະພາບ. ທ່ານນາງ Theresa May  ຕັດສິນໃຈຮັບປະກັນວິວັດການຖອນຕົວອອກຈາກ EU ຂອງພວກຂ້າພະເຈົ້າ ແລະ ການອຸທິດສ່ວນຄວາມມານະພະຍາຍາມ ຂອງທ່ານນາງເພື່ອຮັບປະກັນວ່າ ການປ່ອນບັດຄັ້ງທີ 2 ກ່ຽວກັບຮ່າງຂໍ້ຕົກລົງ ເລື່ອນເວລາໃນວັນທີ 3 ຂອງ ອາທິດທຳອິດ ເດືອນ ມິຖຸນາ ປີ 2019 ແລະ ການຮັບຮອງເອົາຮ່າງຂໍ້ຕົກລົງດັ່ງກ່າວກໍ່ຄືຜົນຮ້າຍຢ້ອນຫຼັງຂອງ ເລື່ອງ ລາຊະອານາຈັກ ອັງກິດ ຖອນຕົວອອກຈາກ EU ໃນລະດູຮ້ອນນີ້”

ຕອບກັບ

ຂ່າວ/ບົດ​ອື່ນ