ນາຍົກລັດຖະມົນຕີ ອັງກິດ ຜ່ານຜ່າການປ່ອນບັດໄວ້ວາງໃຈຂອງພັກນິຍົມຮັກສາເດີມ

(VOVWORLD) -ດ້ວຍເລື່ອງຍາດໄດ້ບັດສະໜັບສະໜູນຫຼາຍກວ່າບັດຄ້ານ 63 ບັດ, ທ່ານ Boris Johnson ຈະສືບຕໍ່ດຳລົງຕຳແໜ່ງການນຳຂອງຕົນ ແລະ ຕາມບັນດາກົດລະບຽບຂອງ ພັກນິຍົມຮັກສາເດີມ
ນາຍົກລັດຖະມົນຕີ ອັງກິດ ຜ່ານຜ່າການປ່ອນບັດໄວ້ວາງໃຈຂອງພັກນິຍົມຮັກສາເດີມ - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson
(ພາບ: The Guardian)

ໂດຍໄດ້ຮັບບັດສະໜັບສະໜູນ 211 ບັດເມື່ອທຽບໃສ່ບັດຄ້ານ 148 ບັດຈາກບັນດາສະມາຊິກລັດຖະສະພາຂອງພັກນິຍົມຮັກສາເດີມ, ຕອນຄ່ຳວັນທີ 06 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ຜ່ານຜ່າການປ່ອນບັດໄວ້ວາງໃຈພາຍໃນພັກນິຍົມຮັກສາເດີມ ເພື່ອສືບຕໍ່ດຳລົງຕຳແໜ່ງການນຳຂອງພັກນີ້ ກໍຄືທີ່ນັ່ງເປັນນາຍົກລັດຖະມົນຕີ.

        ດ້ວຍເລື່ອງຍາດໄດ້ບັດສະໜັບສະໜູນຫຼາຍກວ່າບັດຄ້ານ 63 ບັດ, ທ່ານ Boris Johnson ຈະສືບຕໍ່ດຳລົງຕຳແໜ່ງການນຳຂອງຕົນ ແລະ ຕາມບັນດາກົດລະບຽບຂອງ ພັກນິຍົມຮັກສາເດີມ, ຕຳແໜ່ງຂອງທ່ານ Boris Johnson ກໍ່ຈະດຳລົງຢ່າງປອດໄພຢ່າງໜ້ອຍສຸດເປັນເວລາ 12 ເດືອນຕື່ມອີກ. ລັດຖະມົນຕີຫຼາຍທ່ານໃນລັດຖະບານ ອັງກິດ ກໍ່ໄດ້ອອກສຽງໂດຍທັນທີຖືວ່າ ຕ້ອງປິດເຫດການດັ່ງກ່າວຢ່າງໄວ ເພື່ອໃຫ້ລັດຖະບານ ອັງກິດ ສຸມໃສ່ແກ້ໄຂບັນດາສິ່ງທ້າທາຍໃຫຍ່ຫຼວງຄື: ໄພເງິນເຟີ້ເພີ່ມຂຶ້ນສູງ, ເສດຖະກິດຊັກຊ້າລົງ ແລະ ສະພາບວິກິດການຢູ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ