ນາຍົກລັດຖະມົນຕີ ອັງກິດ ລາອອກຈາກຕຳແໜ່ງການນຳພັກນິຍົມຮັກສາເດີມ

(VOVWORLD) - ວັນທີ 07 ມິຖຸນາ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ລາອອກຈາກຕຳແໜ່ງການນຳພັກນິຍົມຮັກສາເດີມ.

ຜ່ານນັ້ນ ເປີດຊ່ອງທາງໃຫ້ແກ່ການແຂ່ງຂັນຊອກຫາຜູ້ສືບທອດແທນໃຫ້ທ່ານນາງ Theresa May ເພື່ອປະຕິບັດໃຫ້ສຳເລັດວິວັດທະນາການນຳປະເທດ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ) – Brexit - ທີ່ເຕັມໄປດ້ວຍຂວາກໜາມ. ທ່ານນາງ Theresa May ຍັງຮັກສາຕຳແໜ່ງເປັນນາຍົກລັດຖະມົນຕີຊົ່ວຄາວ ຈົນຮອດເວລາທີ່ ພັກນິຍົມຮັກສາເດີມຊອກໄດ້ຜູ້ສືບທອດ. ຄາດວ່າ ໝາກຜົນແຫ່ງການເລືອກຕັ້ງຈະໄດ້ປະກາດໃນທ້າຍເດືອນ ກໍລະກົດ ຈະມາເຖິງ.

ນາຍົກລັດຖະມົນຕີ ອັງກິດ ລາອອກຈາກຕຳແໜ່ງການນຳພັກນິຍົມຮັກສາເດີມ - ảnh 1ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May  (ພາບ: AFP/TTXVN)

        ພາຍຫລັງທີ່ທ່ານນາງ Theresa May ລາອອກຈາກຕຳແໜ່ງການນຳພັກນິຍົມຮັກສາເດີມ, ວັນທີ 07 ມິຖຸນາ, ທ່ານ Michel Barnier, ຫົວໜ້າຄະນະເຈລະຈາຂອງສະຫະພາບ ເອີຣົບ (ອີຢູ) ກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກ ອີຢູ, ຢືນຢັນວ່າ ບໍ່ວ່ານາຍົກລັດຖະມົນຕີຄົນໃໝ່ຜູ້ໃດຂອງ ອັງກິດ ກໍ່ຍັງຄົງຈະຕ້ອງປະເຊີນໜ້າຕໍ່ບັນຫາຊາຍແດນ ອຽກລັງ ພາຍຫລັງ Brexit.

ຕອບກັບ

ຂ່າວ/ບົດ​ອື່ນ