ນາຍົກລັດຖະມົນຕີ ອັງກິດ ຮຽກຮ້ອງຄວາມປະນີປະນອມເພື່ອໃຫ້ຂໍ້ຕົກລົງຖອນຕົວອອກຈາກ ອີຢູ ໄດ້ຮັບການຮັບຮອງ

(VOVWORLD) - ວັນທີ 17 ກໍລະກົດ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຜູ້ທີ່ໃກ້ຈະພົ້ນອອກຈາກຕຳແໜ່ງ ໄດ້ຖະແຫຼງວ່າ ບໍ່ວ່າທິດທາງເດີນໃດ ເຊິ່ງ ອັງກິດ ເລືອກເອົາເພື່ອຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ) ຫຼື ເອີ້ນວ່າ Brexit, ກໍ່ຕ້ອງມີການຮັບປະກັນຄວາມໝັ້ນຄົງໃນໄລຍະຍາວ, ພ້ອມທັງຮຽກຮ້ອງໃຫ້ມີຄວາມປະນີປະນອມໃນສະພາບການທີ່ເວທີການເມືອງ ອັງກິດ ພວມນັບມື້ນັບຖືກແບ່ງແຍກເລິກເຊິ່ງ.

        ໃນບົດກ່າວປາໄສສຸດທ້າຍກ່ອນທີ່ຈະລາອອກຈາກຕຳແໜ່ງນາຍົກລັດຖະມົນຕີໃນອາທິດໜ້າ, ທ່ານນາງ Theresa May ໄດ້ສະແດງຄວາມວິຕົກກັງວົນຕໍ່ການແບ່ງແຍກດ້ານການເມືອງໃນປະຈຸບັນ. ທ່ານນາງ Theresa May ຢືນຢັນວ່າ “ບໍ່ວ່າທິດທາງເດີນໃດ ເຊິ່ງພວກເຮົາເລືອກເຟັ້ນ ກໍ່ຕ້ອງມີຄວາມໝັ້ນຄົງທີ່ຍາວນານ ເພື່ອໃຫ້ການປະຕິບັດ Brexit ອາດຈະນຳປະເທດພວກເຮົາກັບຄືນສູ່ຄວາມເປັນເອກະພາບ”.

ນາຍົກລັດຖະມົນຕີ ອັງກິດ ຮຽກຮ້ອງຄວາມປະນີປະນອມເພື່ອໃຫ້ຂໍ້ຕົກລົງຖອນຕົວອອກຈາກ ອີຢູ ໄດ້ຮັບການຮັບຮອງ - ảnh 1 ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May (ພາບ:THX/TTXVN)

        ແລະກໍ່ໃນຕອນຄ່ຳວັນທີ 17 ກໍລະກົດ, ຕາມເວລາທ້ອງຖິ່ນ, ບັ້ນຫາສຽງເລືອກຕັ້ງຕຳແໜ່ງການນຳພັກນິຍົມຮັກສາເດີມ ແລະ ຕຳແໜ່ງນາຍົກລັດຖະມົນຕີ ອັງກິດ ຂອງທ່ານ Boris Johnson ອະດີດລັດຖະມົນຕີການຕ່າງປະເທດ ແລະ ທ່ານ Jeremy Hunt ລັດຖະມົນຕີການຕ່າງປະເທດໄດ້ສິ້ນສຸດຢູ່ນະຄອນຫລວງ ລອນດອນ, ຜູ້ອອກສະໝັກເລືອກແຕ່ລະຄົນໄດ້ມີເວລາ 45 ນາທີ່ເພື່ອບັນລະຍາຍ ແລະ ຕອບບັນດາຄຳຖາມຢູ່ຕໍ່ໜ້າບັນດາສະມາຊິກພັກນິຍົມຮັກສາເດີມ. ຜູ້ອອກສະໝັກເລືອກຕັ້ງທັງ 2 ທ່ານລ້ວນແຕ່ມີທັດສະນະຄືກັນ ແມ່ນປະເທດ ອັງກິດ ຈະຖອນຕົວອອກຈາກ ອີຢູ ໃຫ້ຖືກກັບການກຳນົດເວລາສຸດທ້າຍແມ່ນ ວັນທີ 31 ຕຸລາ.

        ຕາມໝາກຜົນຂອງການສຳຫລວດໃນສະມາຊິກພັກນິຍົມຮັກສາເດີມ 1300 ທ່ານ, ຈຳນວນຜູ້ສະໜັບສະໜູນທ່ານ Johnson ເປັນນາຍົກລັດຖະມົນຕີ ອັງກິດ ແມ່ນ 78,1% ແລະ ຈຳນວນຜູ້ສະໜັບສະໜູນທ່ານ Hunt ແມ່ນ 28,2%.

ຕອບກັບ

ຂ່າວ/ບົດ​ອື່ນ