ນາຍົກລັດຖະມົນຕີ ອັງກິດ ຮຽກຮ້ອງສະຫະພາບ ເອີຣົບ ຍົກອອກຂໍ້ຕົກລົງໜຶ່ງ ຊື່ງປຊຊ ອັງກິດ ຍອມຮັບ

(VOVWORLD) - ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຮຽກຮ້ອງສະຫະພາບ ເອີຣົບ (ອີຢູ) ຍົກອອກຂໍ້ຕົກລົງ ຊຶ່ງທ່ານນາງອາດສາມາດ “ປ້ອງກັນ” ໄດ້ຕໍ່ຊາວ ອັງກິດ, 


ໃນສະພາວະ ບັນດາການເຈລະຈາກ່ຽວກັບເລື່ອງ ອັງກິດ ຖອນອອກຈາກກຸ່ມນີ້ ຫຼື້ ເອີ້ນວ່າ Brexit, ຍັງຄົງຕົກເຂົ້າໃນສະພາບບໍ່ມີທາງອອກ ທີ່ກ່ຽວຂ້ອງເຖິງຄວາມບໍ່ລົງລອຍກັນ ກ່ຽວກັບເລື່ອງ ອັງກິດ ຖອນອອກຈາກກຸ່ມນີ້. ກ່າວຄຳເຫັນທີ່ງານລ້ຽງໃນຕອນຄ່ຳວັນທີ 19 ຕຸລາ ໃນຂອບເຂດກອງປະຊຸມສຸດຍອດສະພາເອີຣົບ ພ້ອມກັບປະມຸກລັດ 27 ປະເທດສະມາຊິກຂອງກຸ່ມຢູ່ ບຣຸກແຊນ (ແບນຊິກ), ທ່ານນາງນາຍົກລັດຖະມົນຕີ Theresa May ເນັ້ນໜັກວ່າ: “ຄວາມຮຽກຮ້ອງຮີບເຮັ່ງ ແລະ ຈະແຈ້ງ” ທີ່ວາງອອກໃນໄລຍະນີ້ ແມ່ນ ອີຢູ ຕ້ອງແກ້ໄຂສະພາບທີ່ບໍ່ມີທາງອອກໃນການເຈລະຈາ Brexit ແລະ ຫັນມາສູ່ບັນດາການເຈລະຈາກ່ຽວກັບການຄ້າລະຫວ່າງ 2 ຝ່າຍໃນອະນາຄົດ.


ຕອບກັບ

ຂ່າວ/ບົດ​ອື່ນ