ນາຍົກລັດຖະມົນຕີ ອິດສະຣາແອນປະກາດ ຈະແກ່ຍາວບັ້ນການ ທະຫານຢູ່ເຂດກາຊາ


ນາຍົກລັດຖະມົນຕີ ອິດສະຣາແອນປະກາດ ຈະແກ່ຍາວບັ້ນການ ທະຫານຢູ່ເຂດກາຊາ - ảnh 1

ການບຸກໂຈມຕີຂອງອິດສະຣາແອນເຂົ້າເຂດກາຊາ

(ພາບ: THX-TTXVN)

 (vovworld)- ​ ວັນ​ທີ 24/8, ທ່ານນາຍົກລັດຖະມົນຕີອິດສະຣາ​ແອນ Benjamin Netanyahu ​ໄດ້​ປະກາດ​ຈະ​ແກ່ຍາວ​ບັ້ນ​ການ​ທະຫານ​ຢູ່​​ເຂດກາຊາ ຈົນ​ເຖິງ​ເວລາ​ທີ່ Tel Aviv ບັນລຸ​​ໄດ້​ບັນດາ​ຈຸດໝາຍ​ການ​ທະຫານ​ຂອງ​ຕົນ. ຄຳ​ປະກາດ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ສະພາບ​ການ​ທີ່​ປະຊາ​ຄົມ​ໂລກ​ພວມ​ມານະ​ພະຍາຍາມ​ຊຸກຍູ້​ມາດ​ຕະການ​ສັນຕິພາບ​ໃຫ້​ແກ່​ການ​ປະ​ທະ​ກັນ​ດ້ານ​ການ​ທະຫານ​ໃນ​ປະຈຸ​ບັນ​ຢູ່​ພາກ​ພື້ນ​ນີ້. ​ໃນ​​ແຈ້ງ​ການ​ຂອງ​ຫ້ອງ​ວ່າການ​ນາຍົກລັດຖະມົນຕີກ່ອນການ​ປະຊຸມ​​ປະຈຳ​ອາທິດຂອງ ລັດຖະບານ. ທ່ານນາຍົກລັດຖະມົນຕີອິດສະຣາ​ແອນ ​ໃຫ້​ຮູ້​ວ່າ, ບັ້ນຮົບ​ການ​ທະຫານ​ຢູ່​ກາຊາ ອາດ​ຈະ​ຖືກ​ເຊື່ອມ​ຕໍ່​ຄືນ​ໃໝ່​ພາຍຫຼັງ​​​ໄຂສົກຮຽນ​ໃໝ່​ໃນ​ວັນ​ທີ 1/9 ທີ່​ຈະ​ມາ​ເຖິງ ພ້ອມ​ທັງ​ເວົ້າວ່າ ລັດຖະບານ​ຈະ​ໜູນ​ຊ່ວຍ​ບັນດາ​ພົນ​ລະ​ເມືອງ​ດຳລົງ​ຊີວິດ​ຢູ່​ພາກ​ໃຕ້​ທີ່​ຖືກ​ຜົນ​ເສຍ​ຫາຍ​ດ້ານ​ເສດຖະກິດຫຼາຍ ຍ້ອນ​ບັ້ນ​ການ​ທະຫານ​ນີ້​ກໍ່​ຂຶ້ນ./.

ຂ່າວ/ບົດ​ອື່ນ