ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີນຳເສັ້ນທາງຄວາມໄວສູງນະຄອນ ໂຮ່ຈິມິນ - ລອງແທ່ງ - ເຢົ່າໄຢ ເຂົ້າເຄື່ອນໄຫວ

ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີນຳເສັ້ນທາງຄວາມໄວສູງນະຄອນ ໂຮ່ຈິມິນ - ລອງແທ່ງ - ເຢົ່າໄຢ ເຂົ້າເຄື່ອນໄຫວ - ảnh 1
(ພິທີ​ນຳ​ເສັ້ນທາງ​ຄວາມ​ໄວສູງ
ນະຄອນ​ໂຮ່ຈິ​ມິນ - ລອງ​ແທ່ງ - ​ເຢົ່າ​ໄຢ ເຂົ້າ​ເຄື່ອນ​ໄຫວ)

(vovworld) – ຕອນ​ເຊົ້າ​ວັນ​ທີ 08/02, ຢູ່​ຕາ​ແສງ ຊວນ​ແທງ, ​ເມືອງ ທົ໋ງ​ເຍີ​ດ, ​ແຂວງ​ດົ່ງ​ນາຍ, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງຫວຽດນາມ ​ໄດ້​ນຳ​ເສັ້ນທາງ​ຄວາມ​ໄວ​ສູງນະຄອນ​ໂຮ່ຈິ​ມິນ - ລອງ​ແທ່ງ - ​ເຢົ່າ​ໄຢ ເຂົ້າ​ເຄື່ອນ​ໄຫວ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຕີ​ລາຄາ​ສູງ, ຍ້ອງຍໍ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ, ບໍລິສັດ​ໃຫຍ່​ພັດທະນາ​ເສັ້ນທາງ​ຄວາມ​ໄວ​ສູງ, ບັນດາ​ກະຊວງ, ຂະ​ແໜງ​ການທີ່​ກ່ຽວຂ້ອງ ​ແລະ ທ້ອງ​ຖິ່ນ​ຕ່າງໆ​​ໃນ​ເຂດ​ທີ່​ມີ​ໂຄງການ, ບັນດາ​ຫົວໜ່ວຍ​​ໃຫ້​ຄຳ​ປຶກສາ, ນັກຮັບ​ເໝົາ ​ແລະ ຖັນ​ແ​ຖ​ວ​ພະນັກງານ, ນັກວິຊາ​ວະ​ກອນ, ກຳມະກອນ ​ໄດ້​ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ​ເພື່ອປະ​ຕິ​ບັດສຳ​ເລັດ​ໜ້າ​ທີ່ີ່​ໄດ້​ມອບ​ໝາຍນຳ​ເສັ້ນທາງ​ຄວາມ​ໄວ​ສູງ​ໃຫຍ່​ກວ່າ​ໝູ່ ​ແລະ ທັນ​ສະ​ໄໝ​ທີ່​ສຸດ​ໃນ​ປະຈຸ​ບັນ​ເຂົ້າ​ເຄື່ອນ​ໄຫວ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຮຽກ​ຮ້ອງ​ໃຫ້ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ, ບໍລິສັດ​ໃຫຍ່​ພັດທະນາ​ເສັ້ນທາງ​ຄວາມ​ໄວ​ສູງ ຮີບ​ຮັ່ງ​ປະຕິບັດ​ສຳ​ເລັດ​ບັນດາ​ກິດຈະກຳ​ໃນ​ເສັ້ນທາງ​ຄວາ​ມ​ໄວ​ສູງນະຄອນ​ໂຮ່ຈິ​ມິນ - ລອງ​ແທ່ງ - ​ເຢົ່າ​ໄຢ, ​ເພື່ອ​ຂຸດ​ຄົ້ນ, ​ເຄື່ອນ​ໄຫວ​ກິດຈະກຳ​ຢ່າງ​ປອດ​ໄພ ​ແລະ ມີ​ປະສິດທິ​ຜົນ.

        ເສັ້ນທາງ​ຄວາມ​ໄວສູງ ນະຄອນ​ໂຮ່ຈິ​ມິນ - ລອງ​ແທ່ງ - ​ເຢົ່າ​ໄຢ ​ເລີ່​ມລົງມື​ກໍ່ສ້າງ​ແຕ່​ເດືອນ 10/2009, ​ເຊິ່ງ​ແມ່ນ​ເສັ້ນທາງ​ຄວາມ​ໄວ​ສູງ​ທັນ​ສະ​ໄໝ​ທີ່​ສຸດ​ຂອງ​ຫວຽດນາມ, ​ເສັ້ນທາງ​ມີ​ລວງ​ຍາວ 55 ກມ, ​ໄປຜ່ານ​ບໍລິ​ເວນ​ຂອງ​ນະຄອນ​​ໂຮ່ຈິ​ມິນ ​ແລະ ​ແຂວງ​ດົ່ງ​ນາຍ.

ຂ່າວ/ບົດ​ອື່ນ