ນາຍົກລັດຖະມົນຕີກຳປູເຈຍHunSen:ຖ້າບໍ່ມີວັນທີ7/1/1979ຊາວ ກຳປູເຈຍ ຈະບໍ່ມີຊີວິດຄືໃນປະຈຸບັນ

ນາຍົກລັດຖະມົນຕີກຳປູເຈຍHunSen:ຖ້າບໍ່ມີວັນທີ7/1/1979ຊາວ ກຳປູເຈຍ ຈະບໍ່ມີຊີວິດຄືໃນປະຈຸບັນ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 36 ປີ​ແຫ່ງ​ວັນ​ໄຊຊະນະ​ລະບອບ​ດັບ​ສູນ​​ເຊື້ອ​ຊາດ ​ຂະ​​ແມ​ແດງ
(ພາບ: Xuân KhuVietnam+)

(vovworld) –  ​ ​ ​​ວັນ​ທີ 6/1, ກ່ອນ​ດຳ​ເນີນ​ພິທີ​ສະ​ເຫຼີ​ມສະຫຼອງ 36 ປີ​ແຫ່ງ​ວັນ​ໄຊຊະນະ​ລະບອບ​ດັບ​ສູນ​​ເຊື້ອ​ຊາດ ​ຂະ​​ແມ​ແດງ (7/1/1979-7/1/2015) ໜຶ່ງ​ວັນ, ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ HunSen ​ໄດ້​ມີ​ບົດ​ກ່າວ​ຄຳ​ເຫັນ​ຍ້ອງຍໍ​ຊົມ​ເຊີຍ​ໄຊ​ຊະນະ​ອັນຍິ່ງ​ໃຫຍ່​ນີ້ ​ແລະ ຖື​ວ່າ ບັນດາ​ຜູ້​ທີ່​ຕ້ານ​ຄືນ​ວັນ​ທີ 7/1 ​ແມ່ນພັນ​ທະ​ມິດ ຂອງ​ລະບອບ​ດັບ​ສູນ​​ເຊື້ອ​ຊາດ ​ຂະ​ແມ​ແດງ. ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ HunSen ຢືນຢັນ​ວ່າ: ​ເຫດການ 7/1/1979 ​ແມ່ນ​ສັດຈະທຳ​ປະຫວັດສາດ​ເຊິ່ງບໍ່​ອາດ​ຫຼົງລືມ​ໄດ້ ຍ້ອນວ່າ​ນັ້ນ​ແມ່ນ​ວັນທີ່​ທົ່ວ​ປວງ​ຊົນກຳປູ​ເຈຍ ລຸກ​ຮຶ້ຂຶ້ນຕ້ານ​ຄືນ​ລະບອບ ​ຂະ​ແມ​ແດງ. ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ HunSen ​ເນັ້ນ​ໜັກ​ວ່າ: ຖ້າ​ບໍ່​ມີ​ວັນ​ທີ 7/1/1979 ຊາວ​ກຳປູ​ເຈຍ ຈະ​ບໍ່​ມີ​ຊີວິດ​ຄື​ໃນ ປະຈຸ​ບັນ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 3/1, ຢູ່​ແຂວງ Svay Rieng , ​ໄດ້​ດຳ​ເນີນ​ພິທີ​ສະ​ເຫຼີມສະຫຼອງ 36 ​ແຫ່ງ​ວັນ​ໄຊຊະນະ​ລະບອບ​ຂະແມ​ແດງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງນາຍ​ພົນ, ນາຍ​ທະຫານ​ລາຊະວົງ​ກຳປູ​ເຈຍ​ ​ເປັນຈຳນວນ​ຫຼວງ​ຫຼາຍ, ພ້ອມ​ກັບ​ຄູ​ອາຈານ, ນັກຮຽນ ​ແລະ ປະຊາຊົນ​ທ້ອງ​ຖິ່ນ​ກ່ວາ 1.000 ຄົນ. ທີ່​ພິທີ, ລັດຖະມົນຕີ​ວ່າການ​ກະຊວງປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍ Meang Samphon ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ວັນ​ບຸນ​​ໃຫຍ່​ຂອງ​ຊາວ​ກຳປູ​ເຈຍ ທົ່ວ​ປວງ​ຊົນ ​ເພື່ອຂຳ່ນັບ​ຮັບ​ຕ້ອນ 36 ປີ ​ແຫ່ງ​ວັນ​ໄຊຊະນະ​ປະຫວັດສາດ, ​ໂຄ່ນ​ລົ້ມ​ລະບອບ​ດັບ​ສູນ​ເຊື້ອ​ຊາດ Polpot, ສ້າງ​ຊີວິດ​ໃຫ້​ແກ່​ປະຊາຊົນ​ກຳປູ​ເຈຍ. ທ່ານ Meang Samphon ​ເນັ້ນ​ໜັກ​ວ່າ: ກຳປູ​ເຈຍ​ ຈັດ​ຕັ້ງພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ໄຊຊະນະ​ລະບອບ​ດັບ​ສູນ​​ເຊື້ອ​ຊາດ ຂະ​​ແມ​ແດງ ດ້ວຍ​ຄວາມເຄົາລົບ ​ແລະ ຮູ້​ບຸນຄຸນ​​ບັນ​ດາວິລະ​ຊົນ, ນັກຮົບ, ບັນດາຜູ້​ຮັກ​ຊາດ​ທີ່ໄດ້​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ບັນດາ​ນັກຮົບ​ອາສາ​ສະໝັກ​ຫວຽດນາມ ​ທີ່ໄດ້ຕໍ່​ສູ້​​ດ້ວຍ​ນ້ຳ​ໃຈ​ອົງອາດ, ພິລະ​ອາດ​ຫານ ​ເພື່ອ​ປົດ​ປ່ອຍປະ​ເທດກຳປູ​ເຈຍ ​ໃຫ້ຫລຸດພົ້ນ​​ອອກຈາກລະບອບ​ດັບ​ສູນ​ເຊື້ອ​ຊາດ, ປົກ​ປັກຮັກສາ ​ແລະ ນຳ​ມາ​ເຊິ່ງ​ຊີວິດ​ທີ່ສະຫງົບ​ສຸກ​ໃຫ້​​ແກ່ປະຊາຊົນ​ກຳປູ​ເຈຍ.

 


ຂ່າວ/ບົດ​ອື່ນ